ຊາວເກີດຢຸດຕິການເຂົ້າຮ່ວມ ທຸກການເຄື່ອນໄຫວ ໃນລັດຖະບານອີຣັກ


ຊາວເກີດຢຸດຕິການເຂົ້າຮ່ວມ ທຸກການເຄື່ອນໄຫວ ໃນລັດຖະບານອີຣັກ - ảnh 1

ຜູ້ນຳ​ໜ້າ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊາວ​ເກີດ Massoud Barzani

 (ພາບ: AFP/TTXVN)

(vovworld)- ​ເພື່ອ​​ແນ​ໃສ່​ຄັດຄ້ານ​ຄຳ​ປະ​ກາດຂອງ​ນາຍົກລັດຖະມົນຕີອີຣັກ Nuri Al Maliki ທີ່​ວ່າ: ຊາວ​ເກີດ ພວມ​ຊຸກ​ເຊື່ອງ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ​ຢູ່​ນະຄອນ Arbil, ວັນທີ 11/7, ກຸ່ມ​ການ​ເມືອງ​ຊາວ​ເກີດ ​ໄດ້​ຖອນ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ລັດຖະບານ​ປະ​ເທດ​ນີ້. ຕາມ​ທ່ານ Hoshiyar Zebari ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣັກ ຊື່​ງ​ແມ່ນ​ຜູ້​ຕາງ​ໜ້າຊາວ​ເກີດ ຄົນ 1 ​ແລ້ວ, ປະຈຸ​ບັນ, ບັນດາ​ທ່ານ​ລັດຖະມົນຕີ​ຊາວ​ເກີດ ​ໄດ້​ຢຸດຕິ​ການ​ເຄື່ອນ​ໄຫວ​ປະຈຳ​ວັນ​ຢູ່​ກະຊວງ​ການ​ຄ້າ, ກະຊວງ​ເຂົ້າ​ເມືອງ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ສາທາລະນະ​ສຸກ ​ແລະ ​ໃນ​ຖານະ​ເປັນ​ຮອງ​ນາຍົກລັດຖະມົນຕີ. ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ບັນດາ​ສະມາຊິກ​ລັດຖະສະພາ​ຊາວ​ເກີດ ຈະ​ສືບ​ຕໍ່​ເຂົ້າຮ່ວມ​ສະພາ​ແຫ່ງ​ຊາດ. ທ່ານ Hoshiyar Zebari ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣັກ ກ່າວ​ເຕືນວ່າ, ອີຣັກ ມີ​ໄພຖືກ​ຊຸດ​ໂຊມ​ຖ້າ​ຫາກ​ວ່າ​ລັດຖະບານ​​ໃໝ່​ບໍ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໂດຍ​ໄວ./.
ຂ່າວ/ບົດ​ອື່ນ