ຍົກ​ສູງ​ການ​ເຄື່ອນ​ໄຫວ ​ຂອງ​ຄະນະ​ຊາວ​ໜຸ່ມ ​ຮາກ​ຖານ


ຍົກ​ສູງ​ການ​ເຄື່ອນ​ໄຫວ ​ຂອງ​ຄະນະ​ຊາວ​ໜຸ່ມ ​ຮາກ​ຖານ - ảnh 1

(ພາບ: vov)

(vovworld) – ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຊຸດ​ທີ 10 ​ໄດ້​ໄຂ​ຂຶ້ນ​ໃນຕອນ​ເຊົ້າວັນ​ທີ 28/6, ຢູ່​ຮ່າ​ໂນ້ຍ. ກ່ວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ດັກ​ວິ​ງ, ​ເລຂາ​ຜູ້​ທີ 1 ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ  ສະ​ເໜີ​ໃຫ້​ຄະນະ​ຊາວ​ໜຸ່ມບັນດາ​ແຂວງ,​ ນະຄອນ ຈົ່ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ສ້າງ​ແຫຼ່ງສະມາຊິກ​ຊາວ​ໜຸ່ມ​ຢູ່​ຮາກ​ຖານ, ​ເລື່ອງ​ຍົກ​ສູງ​ຄຸນ​ນະພາ​ບສະມາຊິກ​ຊາວ​ໜຸ່ມ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ຊາວ​ໜຸ່​ມ​ໃນ​ເຂດ​ຊຸມ​ຊົນ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ​ຮີ​ບດ່ວນ, ​ເປັນ​ປະຈຳ, ຕໍ່​ເນື່ອງ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຫງວຽນ​ດັກ​ວິ​ງ ເນັ້ນໜັກ​ວ່າ:

  “ຈຸດ​ໝາຍຂອງຄະນະ​ຊາວ​ໜຸ່ມ ແມ່ນ​​ສຸມ​ໃສ່ການ​ດຳ​ເນີນ​ຊີວິດດ້ານ​ການ​ເມືອງ​ໃຫ້​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ. ສະນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ໃຫ້​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ເຂົ້າ​ໃຈ​ໄດ້​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ຄະນະ​ຊາວ​ໜຸ່ມ. ພວກ​ເຮົາ​ຕ້ອງ​ຄົ້ນຄ້ວາ​ເບີ່​ງວ່າ ອົງການ​ຊາວ​ໜຸ່ມ​ໄດ້​ນຳ​ມາ​ເຊິ່ງສິດຜົນປະ​ໂຫຍ​ດ​ໃດ​ແດ່​ໃຫ້​ແກ່ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ຈາກ​ນັ້ນ, ພວກ​ເຮົາ​ຈຶ່ງເຫັນ​ໄດ້​ບັນຫາ​ຕ້ອງ​ແກ້​ໄຂ, ນຳ​ອົງການ​ຊາວ​ໜຸ່ມໝັ້ນຄົງ​ເຂັ້ມ​ແຂງ​ເທື່ອ​ລະ​ກ້າວ“./.

ຂ່າວ/ບົດ​ອື່ນ