ຍົກສູງຄຸນນະພາບການຄຸ້ມຄອງລັດໃນຂະແໜງກະສີກຳ

ຍົກສູງຄຸນນະພາບການຄຸ້ມຄອງລັດໃນຂະແໜງກະສີກຳ - ảnh 1
ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຫວູວັນ​ຕ໋າມ
(ພາບອິນເຕີແນດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/1, ຢູ່ ຮ່າ​ໂນ້ຍ, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​ສະຫຼຸບ​ວຽກ​ງານ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ປີ 2012 ​ແລະ ​ໂຄງການ​ສ້າງ, ນຳ​ໃຊ້ ISO 9001: 2008, ບົນ​ພື້ນຖານ​ໂຄງການ​ສັງ​ລວມ ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ຕາມ​ມະຕິ​ຂອງ​ລັດຖະບານ, ​ໃນ​ປີຜ່ານມາ​ວຽກ​ງານ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ຂອງ​ຂະ​ແໜງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ໂດຍ​ສຸມ​ໃສ່ 7 ຂົງ​ເຂດ, ດ້ວຍ 42 ໜ້າ​ທີ່ ​ແລະ ການ​ເຄື່ອນ​ໄຫວ 81 ຢ່າງ. ພິ​ເສດ​ໃນ​ປີ 2012, ຂະ​ແໜງ​ສາມາດສ້າງ​ຮ່າງ​ກົດໝາຍ​ໄດ້ 5 ສະບັບ ​ທີ່​ຂຶ້ນ​ກັບ​ໂຄງການ​ສ້າງ​ເອກະສານ​ນິຕິ​ກຳ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ອັນ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ການ​ຄຸ້ມ​ຄອງ​ລັດ​ໃນ​ບັນດາ​ຂົງ​ເຂດ ​ໂດຍ​ກະຊວງ​ຄຸ້ມ​ຄອງ ​ແລະ ບັນດາ​ຜົນງານ​ທີ່​ຂະ​ແໜງ​ກະ​ສີ​ກຳ​ບັນລຸ​ໄດ້​ໃນ​ປີຜ່ານມາ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ກະ​ສີ​ກຳ​ໃນ​ປີ 2013. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຫວູວັນ​ຕ໋າມ, ຊີ້​ແຈ້ງວ່າ:

”ປີ 2013, ຂະ​ແໜງ​ຈະ​ຍົກ​ສູງ​ຄຸນ​ນະພາ​ບການ​ຄຸ້ມ​ຄອງ​ລັດ​ໃນ​ຂະ​ແໜງ​ກະ​ສີ​ກຳ​ເວົ້າ​ລວມ ​ແລະ ການ​ປະຕິ​ຮູບ​ດ້ານ​ການບໍລິຫານ​ແມ່ນ​ການ​ຄຸ້ມ​ຄອງ​ສິນຄ້າ. ນີ້​ແມ່ນ 2 ທິດ​ທາງ​ຈຸດ​ສຸມ ​ເພື່ອ​ປະຕິບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຂະ​ແໜງ​ໃຫ້​ດີ ​ແລະ ຊຸກຍູ້​ຂະ​ແໜງ​​ໃຫ້ພັດທະນາ”

ຂ່າວ/ບົດ​ອື່ນ