ຍົກສູງຄວາມສາມາດປະດິດຄິດສ້າງຂອງແມ່ຍິງຫວຽດນາມ

ຍົກສູງຄວາມສາມາດປະດິດຄິດສ້າງຂອງແມ່ຍິງຫວຽດນາມ - ảnh 1
ວັນ​ແມ່ຍິງ​ມີ​ຫົວຄິດ​ປະດິດ​ສ້າງຫວຽດນາມ 2013
(ພາບ: nhandan.com.vn)


(vovworld) – ​ວັນ​ແມ່ຍິງ​ປະດິດຄິດ​​ສ້າງ​ປີ 2013 ​ແມ່ນ​ໂອກາດ​ເພື່ອ​ໃຫ້ບັນດາສ່ວນ​ບຸກຄົນ, ໝູ່​ຄະນະໃນທຸກ​ຂົງເຂດ, ບັນດາ​ເຂດ​ແຄ້ວນ​ໃນ​ທົ່ວ​ປະ​ເທດ​ໂຄສະນາ, ​ແບ່ງປັນ, ອັບ​ເດັດ​ຂໍ້​ມູນຂ່າວສານ, ຫັນ​ເປັນ​ຕົວ​ຈິ່ງ​ບັນດາ​ແນວ​ຄວາມຄິດ​​ປະດິດ​ຄິດສ້າງ,  ​ແນ​ໃສ່​ຮັດ​ແຄບ​ຊ່ອງຫວ່າງ​ລະຫວ່າງ​ຍິງ​ຊາຍ​ໃນ​ຂົງ​ເຂດ​ເສດຖະກິດ, ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ຄວາມ​ສາມາດ​ສຳ​ພັດ​ກັບ​ບັນດາ​ແຫຼ່ງກຳລັງ​ເສດຖະກິດ, ຕະຫຼາດ​ໃຫ້​ແກ່​ແມ່ຍິງ​ທຸກ​ຍາກ ​ແລະ ​ແມ່ຍິງ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ໃນ​ວັນແມ່ຍິງ​​ປະດິດ​ຄິດສ້າງປີ 2013 ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 01 ຕຸລາ, ຄະນະ​ຈັດ​ຕັ້ງ​ໄດ້​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ບັນດາ​ແນວຄວາມ​ຄິດ... ​ແນ​ໃສ່​ຊ່ວຍ​ໃຫ້​ແມ່ຍິງ​ຫວຽດນາມ ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ຍົກ​ສູງ​ຄວາມສາມາດໃນການສ້າງເສດຖະກິດ. ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ, ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ວັນ​ແມ່ຍິງຫວຽດນາມ ​​ປະດິດ​ຄິດສ້າງ ​ຈັດ​ຕັ້ງຂຶ້ນ​ເພື່ຶອ​ແນ​ໃສ່​ຍ້ອງຍໍ, ລະດົມ​ກຳລັງ​ໃຈ​ປະດິດ​ຄິດ​ສ້າງ​ຂອງ​ແມ່​ຍິງ​ຫວຽດນາມ, ​ວັນ​ແມ່ຍິງ​​ປະດິດ​ຄິດສ້າງ ບໍ່​ພຽງ​ແຕ່​ງານ​ວາງສະ​ແດງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການປະກວດແນວ​ຄວາມຄິດ​ປະດິດ​ຄິດ​ສ້າງ ​ແລະ ​ແມ່ນເວທີ​ປາ​ໄສ​ແບ່ງປັນ​ບົດຮຽນ​ໜູນ​ຊ່ວຍ​ແມ່ຍິງ​ພັດທະນາ​ເສດຖະກິດອີກ​ດ້ວຍ ​”

        ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ ປະຈຳ​ຫວຽດນາມ ຕີ​ລາຄາ​ສູງ​ການຈັດ​ຕັ້ງວັນ​ແມ່ຍິງ​ ຫວຽດນາມ ​ປະດິດ​ສ້າງ 2013 ​ແລະ ປາດ​ຖະໜາ​ວ່າ ບັນດາ​ຜະລິດ​ຕະພັນ​ຂອງ​ແມ່ຍິງ​ນັ້ນ ຈະ​ນຳ​ເຂົ້າ​ຕົວ​ຈິ່ງ​ໂດຍ​ໄວ ​ເພື່ອ​ນຳ​ມາ​ຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ຊ່ວຍ​ແມ່ຍິງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ມີ​ຊີວິດ​ຢ່າງ​ໝັ້ນ​ຄົງ ​ແລະ ຜາ​ສຸກ.

ຂ່າວ/ບົດ​ອື່ນ