ຍົກສູງຄວາມຮັບຜິດຊອບຂອງຜູ້ນຳຫນ້າໃນວຽກງານ ປ້ອງກັນ, ຕ້ານການສໍ້ລາດບັງຫລວງ.

ຍົກສູງຄວາມຮັບຜິດຊອບຂອງຜູ້ນຳຫນ້າໃນວຽກງານ    ປ້ອງກັນ, ຕ້ານການສໍ້ລາດບັງຫລວງ. - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນປະທານວາລະປະຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 25/4, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ຫົວຫນ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ທ່ານ​ຮອງ​ນາຍົກລັດ​ຖະມົນຕີ Nguyen Xuan Phuc ຮອງ​ຫົວຫນ້າ​ຄະນະ​ຊີ້​ນຳ​ເປັນ​ປະທາ​ນຮ່ວມ​ວາລະ​ປະຊຸມ​ຄັ້ງ​ທີ 17 ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ເພື່ອ​ຕີ​ລາຄາ​ໝາກຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໄຕ​ມາດ 1; ທິດ​ທາງ,​ຫນ້າ​ທີ່​ໄຕ​ມາດ 2 ປີ 2012 ​ແລະ ປຶກສາ​ຫາລື​ບັນດາ​ເນື້ອ​​ໃນ​ວຽກ​ງານ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ຮູບ​ແບບ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈ້ງວ່າ: ຕ້ອງ​ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ, ປະສິດທິ​ຜົນ​ບັນດາ​ເນື້ອ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 11 ຂອງ​ພັກ, ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິຄະນະ​ບໍລິຫານ​ງານ​ສູນກາງພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະ​ຈຸ​ບັນ, ຖື​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ, ​ເປັນ​ປະຈຳ, ຕໍ່​ເນື່ອງຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ຫນັກ​ວ່າ: ພ້ອມ​ກັບ​ການ​ແກ້​ໄຂ​ບັນດາ​ກໍ​ລະ​ນີກ່ຽວຂ້ອງ​ເຖິງ​ການສໍ້​ລາດ​ບັງ​ຫລວງຢ່າງ​ເຂັ້ມ​ງວດ, ​ເປີດ​ເຜີຍ ກະ​ຈ່າງ​ແຈ້ງ ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ຄົ້ນ​ພົບ ​ແລະ ປ້ອງ​ກັນ. ທ່ານ​ນາຍົກ​ຍັງ​ໃສ່​ໃຈ​​ວ່າ: ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຖະ​ແຫລ​ງຂ່າວ, ​ໂຄສະນາ, ສຶກສາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ຢ່າງ​ດີ.

 

 

 

ຂ່າວ/ບົດ​ອື່ນ