ຍົກອັດ​ຕາຜະ​ລິດ​ຕະ​ພ​ັນ​ກະ​ເສດ​ຜ່ານ​ການ​ປຸງ​ແຕ່ງ​ຂຶ້ນ​ເພື່ອ​ຍົກ​ສູງມ​ູນ​ຄ່າ​ເພີ່ມ.

(VOVWORLD) -ວັນທີ 28 ເມສາ, ຢູ່ເກິ່ນເທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ຄະນະກຳມະການປະຊາຊົນ ນະຄອນ ເກິ່ນເທີ ຈັດກອງປະຊຸມທົ່ວປະເທດ ກ່ຽວກັບການຊຸກຍູ້ວຽກງານປຸງແຕ່ງ ແລະ ພັດທະນາການຕະຫຼາດ ຜະລິດຕະພັນກະເສດ ປີ 2021.

ກອງປະຊຸມໄດ້ຕີລາຄາສັງລວມ ຂົງເຂດ ປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ ໃນສະພາບການໃໝ່ທີ່ກາລະໂອກາດ ແລະ ສິ່ງທ້າທາຍຢ່າງຫຼວງຫຼາຍແຊກຊ້ອນ, ພິເສດແມ່ນໃນການປ່ຽນແປງຢ່າງມີໄຫວພິບ ແລະ ໄວວາຂອງທ່າອ່ຽງເຕັກໂນໂລຢີ ປຸງແຕ່ງຂອງໂລກ, ບັນຫານຳເຕັກໂນໂລຢີດີຈີຕອນ ເຂົ້າໃນການຜະລິດໃຫ້ດີທີ່ສຸດ, ຊັບພະຍາກອນໃນການປຸງແຕ່ງຜະລິດຕະພັນກະເສດຂອງໂລກ ແລະ ທິດທາງສຳຜັດຂອງ ຫວຽດນາມ, ບັນຫານຳໃຊ້, ຖ່າຍທອດ ວິທະຍາສາດເຕັກນິກທີ່ກ້າວໜ້າ ໃນເຕັກໂນໂລຢີພາຍຫຼັງການເກັບກ່ຽວ ເພື່ອແນໃສ່ຍົກສູງມູນຄ່າເພີ່ມຂອງຜະລິດຕະພັນກະເສດສົ່ງອອກ.

        ທີ່ກອງປະຊຸມ, ທ່ານ ຮວີ່ງແທັ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໃຫ້ຮູ້ວ່າ:

        ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ປຸງແຕ່ຜະລິດຕະພັນກະເສດ ອາດສາມາດສຳຜັດກັບເຕັກໂນໂລຢີ, ອຸປະກອນທີ່ກ້າວໜ້ານັ້ນ, ທາງກະຊວງພວມຕັ້ງໜ້າພັດທະນາການຕະຫຼາດວທະຍາສາດເຕັກໂນໂລຢີ ເຊິ່ງຂຶ້ນກັບຂົງເຂດປຸງແຕ່ງກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ