ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ

(VOVWORLD) -ຍຸດທະສາດໄດ້ວາງອອກເປົ້າໝາຍຫັນປ່ຽນຮູບແບບການເຕີບໂຕຕາມທິດຫັນຂະແໜງເຂດເສດຖະກິດເປັນສີຂຽວ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທັງ ຫາກໍ່ເຊັນອະນຸມັດຜ່ານ “ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວໄລຍະ 2021-2030, ວິໄສທັດຮອດປີ 2050” ດ້ວຍເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນ GDP; ຫັນບັນດາຂະແໜງເສດຖະກິດເປັນຂຽວ… ເປົ້າໝາຍສັງລວມຂອງຍຸດທະສາດແມ່ນເພີ່ມທະວີການເຕີບໂຕຂຽວ ປະກອບສ່ວນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ ເພື່ອແນໃສ່ບັນລຸໄດ້ຄວາມວັດທະນາຖາວອນທາງດ້ານເສດຖະກິດ, ສິ່ງແວດລ້ອມແບບຍືນຍົງ ແລະ ຄວາມຍຸຕິທຳໃນສັງຄົມ… ຍຸດທະສາດໄດ້ວາງອອກ ຄາດຄະເນສູ້ຊົນຮອດປີ 2050, ລະດັບການປ່ອຍອາຍພິດເຮືອນແກ້ວໃນ GDP ໃຫ້ຫຼຸດລົງຢ່າງໜ້ອຍສຸດແມ່ນ 30% ເມື່ອທຽບໃສ່ປີ 2014.

        ຍຸດທະສາດໄດ້ວາງອອກເປົ້າໝາຍຫັນປ່ຽນຮູບແບບການເຕີບໂຕຕາມທິດຫັນຂະແໜງເຂດເສດຖະກິດເປັນສີຂຽວ; ປະຕິບັດການຫັນເປັນຕົວເມືອງ, ສ້າງຊົນນະບົດໃໝ່ໃຫ້ຮັບປະກັນບັນດາເປົ້າໝາຍເຕີບໂຕຂຽວ, ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ