ຍີ່ປຸ່ນພິຈາລະນາຄວາມສາມາດຈັດຕັ້ງການພົບປະຄັ້ງສຸດຍອດກັບສປປ.ເກົາຫຼີ

(VOVWORLD) -ວັນທີ 13 ມີນາ, ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ, ພວມສ້າງແຜນການພິຈາລະຈາຄວາມສາມາດດຳເນີນການພົບປະຄັ້ງສຸດຍອດລະຫວ່າງທ່ານນາຍົກລັດຖະມົນຕີ Shinzo Abe ແລະ ການນຳສປປ.ເກົາຫຼີ Kim Jong un.

ຍີ່ປຸ່ນພິຈາລະນາຄວາມສາມາດຈັດຕັ້ງການພົບປະຄັ້ງສຸດຍອດກັບສປປ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີ Shinzo Abe ແລະ ການນຳສປປ.ເກົາຫຼີ Kim Jong un

(ພາບປະກອບ: Kyodo/TTXVN)

ຄຳເຫັນດັ່ງກ່າວຖືກຍົກອອກມາໃນສະພາບ ປະຈຸບັນທີ່ໂຕກຽວ ພວມເຫັນໄດ້ເຖິງກາລະໂອກາດບັນລຸຄວາມຄືບໜ້າດີໃນການແກ້ໄຂບັນຫາລອບຈັບຕົວພົນລະເມືອງຍີ່ປຸ່ນ ໃນສົງຄາມເມື່ອຊຸມປີ 1970 ແລະ 1980. ສະນັ້ນ, ຖ້າຫາສາມາດແກ້ໄຂບັນຫານີ້, ການເຈລະຈາໂດຍກົງກັບການນຳສປປ.ເກົາຫຼີ ຈະແມ່ນປັດໃຈສຳຄັນຍິ່ງ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ແຫຼ່ງຂ່າວຕ່າງໆກໍ່ໃຫ້ຮູ້ວ່າ, ຫ້ອງການການຄ້າ - ອຸດສາຫະກຳສ.ເກົາຫຼີ (KCCI) ກໍ່ພວມກະກຽມໃຫ້ຄວາມສາມາດດຳເນີນການພົບປະກັບບັນດາຄູ່ຮ່ວມມືສປປ.ເກົາຫຼີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ