ຍີ່ປຸ່ນພິຈາລະນາສ້າງແຫລ່ງງົບປະມານເພີ່ມເຕີມຫນູນຊ່ວຍບັນດາເຂດຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວ

ຍີ່ປຸ່ນພິຈາລະນາສ້າງແຫລ່ງງົບປະມານເພີ່ມເຕີມຫນູນຊ່ວຍບັນດາເຂດຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວ - ảnh 1
ເຫດແຜ່ນ​ດິນ​ໄຫ​ດຢູ່ ຍີ່​ປຸ່ນ
ພາບ:TTXVN

(vovworld)- ວັນ​ທີ 18/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ຍີ່​ປຸ່ນ ອາ​ດ​ຈະ​ສ້າງ​ແຫລ່ງ​ງົບ​ປະ​ມານເພີ່ມ​ເຕີມ ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ລາຍ​ຈ່າຍ​ກ່ຽວ​ຂ້ອງ​ເຖິງ​ເຫດ​ແຜ່ນ​ດິນ​ໄຫວ ​2 ຄັ້ງ ເກີດ​ຂຶ້ນ ​ຫວ່າງ​ແລ້ວນີ້ ຢູ່ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຍີ່​ປຸ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ເນັ້ນ​ຫນັກ​ວ່າ: ລັດ​ຖະ​ບານ​ຈ​ະ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ທີ​່​ຈຳ​ເປັນ​ເພື່ອ​ຫນູນ​ຊ່ວຍ​ແກ້​ໄຂ ແລະ ກໍ່ສ້າງບັນ​ດາ​ເຂດ​ຖືກ​ແຜ່ນ​ດິນ​ໄຫວ​ທຳ​ລາຍ​ຢູ່​ແຂວງ Kumamoto ແລະ Otia ຄືນ​ໃຫມ່. ທ່ານ Yosihide Suga, ຫົວ​ຫນ້າ​ຫ້ອງ​ວ່າການ​ຄະ​ນະ​ລັດຖະ​ບານ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ອາດ​ຈະ​ສະ​ຫງວນກອງ​ທຶນ​ລວມ​ມູນ​ຄ່າ 3,2 ຕື້ USD ໃນ​ງົບ​ປະ​ມານ​ແຫ່ງ​ລັດ​ຂອງ​ປີ​ການ​ເງິນ, ເລີ່ມ​ຕົ້ນ​ແຕ່​ວັນ​ທີ 1/4 ຜ່ານ​ມາ ເພື່ອກໍ່​ສ້າ​ງ​ບັນ​ດາ​ເຂດ​ຖືກ​ແຜ່ນ​ດິນ​ໄຫວ​ຄືນ​ໃຫ​ມ່. ໃນ​ຂະ​ນະ​ນັ້ນ, ສ​ະ​ພາບ​ຂາດ​ແຄນ​ທັນ​ຍາ​ຫານ​ຢ່າງ​ຮ້າຍ​ແຮງພວ​ມ​ເກີດ​ຂຶ້ນຢູ່​ສະ​ຖານ​ທີ່​ຫລາຍ​ແຫ່ງໃນ​ແຂວງ Kumamoto ຊື່ງ​ແມ່ນ​ບ່ອນ​ທີ່​ປະ​ຊາ​ຊົນ​ນັບ​ໝື່ນໆ​ຄົນ​ພວມ​ຍົກ​ຍ້າຍ​ມາ​ອາ​ໄສ​ຊົ່ວ​ຄາວ​ພາຍ​ຫລັງ​ເຫດ​ແຜ່ນ​ດິນ​ໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ