ຍີ່ປຸ່ນ,ອາເມລິກາ,ອິນເດຍວິຕົກກັງວົນຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກ

ຍີ່ປຸ່ນ,ອາເມລິກາ,ອິນເດຍວິຕົກກັງວົນຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ
3 ປະ​ເທດ ຍີ່ປຸ່ນ - ອາ​ເມ​ລິ​ກາ - ອິນ​ເດຍ
(ພາບ: AP)

(vovworld) – ຕອນ​ເຊົ້າ​ວັນ​ທີ 30/9, ທີ່​ນິວຢອກ, ອາ​ເມ​ລິ​ກາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 3 ປະ​ເທດ ຍີ່ປຸ່ນ - ອາ​ເມ​ລິ​ກາ - ອິນ​ເດຍ ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ຢູ່​ນອກ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ. ນະ​ທີ່​ນີ້, ທ່ານ​ລັດຖະມົນ​ຕີ​​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ສະ​ແດງ​ຄວາມ​ວິຕົກ​ກັງ​ວົນ​ຕໍ່ການ​ກະທຳ​ເປີດ​ກ້ວາງ​ອອກ​ສູ່ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ ຈີນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Sushma Swaraj ກໍ່​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ແລະ ຖື​ວ່າ: ຈີນ ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ, ບັນດາ​ຝ່າຍ​ຕ້ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ບໍ່​​ກີດຂວາງກັນ. ຄວາມ​ສະຫງົບ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ ຕ້ອງ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ໂດຍ​ອີງ​ໃສ່​ການຮ່ວມ​ມືຂອງຫລາຍ​ຝ່າຍ ​ໃນ​ນັ້ນ​ມີ ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ອິນ​ເດຍ.

ຂ່າວ/ບົດ​ອື່ນ