ຍີ່ປຸ່ນ,ອາເມລິກາເຫັນດີຊຸກຍູ້ຫັນສັນຍາTPPໃຫ້ປະກົດຜົນເປັນຈິງ

ຍີ່ປຸ່ນ,ອາເມລິກາເຫັນດີຊຸກຍູ້ຫັນສັນຍາTPPໃຫ້ປະກົດຜົນເປັນຈິງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
ພາບ:vtv.vn

(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe  ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe ໄດ້​ເຫັນ​ດີ​ໂດຍ​ຖື​ວ່າ ສອງ​ລັດ​ຖະ​ບານ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໃຫ້​ສອງ​ປະ​ເທດນີ້ ແລະ 10 ປະ​ເທດ​ອື່ນ​ໃນ​ພາກ​ພື້ນ ປາ​ຊີ​ຟີກ ສາ​ມາດ​ປະ​ຕິ​ບັດ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ ໂດຍ​ໄວ. ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ​ແມ່ນ​ດຳ​ເນີນ​ຢູ່ນອກກອງ​ປະ​ຊຸມ​ຄັ້ງ​ທີ 71 ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃນ​ວັນ​ທີ 21/9. ນະ​ທີ່ນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ກໍ​ຖະ​ແຫລງ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຍີ່​ປຸ່ນ ຮັບ​ຮ​ອງ​ເອົາ​ສັນ​ຍາ TPP ແລະ ປະ​ກາດ​ໃຊ້​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ໃນ​ກອງ​ປະ​ຊຸມ​ວິ​ສາ​ມັນ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 26/9 ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ