ຍີ່ປຸ່ນໃຫ້ຄຳໝັ້ນສັນຍາໜູນຊ່ວຍວິວັດການເຊື່ອມໂຍງຂອງອາຊຽນ

ຍີ່ປຸ່ນໃຫ້ຄຳໝັ້ນສັນຍາໜູນຊ່ວຍວິວັດການເຊື່ອມໂຍງຂອງອາຊຽນ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 12/2, ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ ອາ​ຊຽນ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ສ້າງ “ອາ​ຊຽນ​ ໝັ້ນ​ຄົງ, ວັດ​ທະ​ນະ​ຖາ​ວອນ ແລະ ເຊື່ອມ​ໂຍງ​ກ່​ວາ”, ຜ່ານນັ້ນ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ທົ່ວ​ພາກ​ພື້ນ. ໃນ​ບົດ​ກ່າວ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ Fumio Kishida, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ, ຢືນ​ຢັນ​ວ່າ: ໂຕ​ກຽວ, ຕັດ​ສິນ​ໃຈ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່ ອາ​ຊີ​ກ່​ວາ, ກໍ່​ຄື​ບັນ​ດາ​ພາກ​ພື້ນ​ອື່ນ​ໃນ​ໂລກ​ຕາມ​ນະ​ໂຍ​ບາຍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ນັ້ນ​ແມ່ນ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ເຂົ້າ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ຮ່ວມ​ມື​ສາ​ກົນ.


ຂ່າວ/ບົດ​ອື່ນ