ຍີ່ປຸ່ນ, ຈີນ ແລະ ສເກົາຫຼີ ໂຈະການ ປະຊຸມຂັ້ນລັດຖະມົນຕີປະຈຳປີ ດ້ານການທ່ອງທ່ຽວ

ຍີ່ປຸ່ນ, ຈີນ ແລະ ສເກົາຫຼີ ໂຈະການ ປະຊຸມຂັ້ນລັດຖະມົນຕີປະຈຳປີ ດ້ານການທ່ອງທ່ຽວ - ảnh 1

(ພາບປະກອບ:fiditour.com)

(VOV)- ​ວັນທີ 8/11,​ ບັນດາເຈົ້າໜ້າທີ່ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີປະຈຳປີດ້ານການທ່ອງທ່ຽວລະຫວ່າງຍີ່ປຸ່ນ, ຈີນ ແລະ ສເກົາຫຼີ ຊື່ງຄາດວ່າຈະດຳເນີນໃນທ້າຍເດືອນ 11/2012 ນີ້ໄດ້ຖືກໂຈະໄວ້ ໂດຍບໍ່ລະບຸກຳນົດເວລາ. ກ່ອນໜ້ານັ້ນ, ການປະຂຸມໄດ້ກຳນົດວ່າຈະດຳເນີນ ໃນວັນທີ 26-27/11 ຢູ່ປະເທດຍີ່ປຸ່ນ. ດວຍສາຍເຫດແມ່ນຍ້ອນສະພາບ ສາຍພົວພັນລະຫວ່າງ​ປັກ​ກິ​ງ ​ແລະ ​ໂຕ​ກຽວ ພວມ​ເຄັ່ງຕຶງ​ຍ້ອນ​ການ​ພິພາ​ດອະທິປະ​ໄຕ​ເຂດ​ໝູ່​ເກາະ​ແຫ່ງ​ໜຶ່ງ​ໃນ​ທະ​ເລ​ຮວາ​ຕຸ​ງຊື່​ງຝ່າຍ​ຍີ່ປຸ່ນ​ເອີ້ນ​ວ່າ Senkeku ​ແລະ ຝ່າຍ​ຈີນ​ ​ເອີ້ນ​ວ່າ​ຕ້ຽວອີ້.

   ຍີ່ປຸ່ນ, ຈີນ ແລະ ສເກົາຫຼີ ​ໄດ້​ດຳ​ເນີນ​ກອງປະຊຸມຂັ້ນລັດຖະມົນຕີປະຈຳປີນັບ​ແຕ່​ປີ 2006 ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມມື​ດ້ານ​ການທ່ອງ​ທ່ຽງ​ລະຫວ່າງ​ສາມ​ປະ​ເທດ. ​ໃນ​ກອງ​ປະຊຸມ​ຄັ້ງຫລ້າ​ສຸດ​ເມື່ອ​ເດືອນ 5/2011 ຢູ່ ສ​ເກົາຫຼີ, ສາມ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ດຳ​ເນີນ​ກອງ​ປະຊຸມ​ປີ 2012 ຢູ່​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ