ຍີ່ປຸ່ນ ປາດຖະໜາຢາກຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມຂັ້ນສູງ

(VOVWORLD) - ເນື່ອງໃນໂອກາດ ຫວຽດນາມ ສວມບົດບາດເປັນພື້ນຖານເສດຖະກິດ ເຈົ້າພາບຂອງກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017, 
ຍີ່ປຸ່ນ ປາດຖະໜາຢາກຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມຂັ້ນສູງ - ảnh 1ທ່ານ Tsutomu Koizumi (ພາບ ຫວຽດນາມ+) 

ນັກຂ່າວສຳນັກຂ່າວສານ ຫວຽດນາມ ໄດ້ມີການສຳພາດທ່ານ Tsutomu Koizumi ຮອງຫົວໜ້າກົມບັນດາບັນຫາເສດຖະກິດສັງກັດກະຊວງການຕ່າງປະເທດ ຍີ່ປຸ່ນ.

        ທ່ານ Tsutomu Koizumi ໃຫ້ຮູ້ວ່າ: ຍີ່ປຸ່ນ ມີຄວາມຫວັງໃຫຍ່ ຕໍ່ການຊີ້ນຳນຳພາຂອງ ຫວຽດນາມ ໃນບົດບາດເປັນພື້ນຖານເສດຖະກິດເຈົ້າພາບຂອງກອງປະຊຸມຂັ້ນສູງ APEC 2017. ທ່ານ Koizumi ຢືນຢັນວ່າ ດ້ວຍຖານະເປັນພື້ນຖານເສດຖະກິດສະມາຊິກ, ຍີ່ປຸ່ນ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ບັນດາກອງປະຊຸມປຶກສາຫາລືຂອງ APEC, ສືບຕໍ່ຮ່ວມມື ກໍ່ຄືສະໜັບສະໜູນຢ່າງຮອບດ້ານ ເພື່ອໃຫ້ກອງປະຊຸມຢູ່ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ.

        ເມື່ອຕີລາຄາກ່ຽວກັບການປະກອບສ່ວນຂອງ ຫວຽດນາມ ໃນທຸກວິວັດທະນາການຮ່ວມມື APEC ກໍ່ຄືບົດບາດເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງ APEC 2017, ທ່ານ Koizumi ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ໄດ້ຮັບການຕີລາຄາສູງ ໃນຄວາມມານະພະຍາຍາມປະຕິບັດພາລະໜ້າທີ່ສຳຄັນຂອງພື້ນຖານເສດຖະກິດ ສວມບົດບາດເປັນເຈົ້າພາບຈັດຕັ້ງກອງປະຊຸມສາກົນຂອງ APEC. ທ່ານ Koizumi ຮັບຮູ້ວຽກງານການຈັດຕັ້ງຂອງ ຫວຽດນາມ ແລະ ຖືວ່າ: ບັນດາກອງປະຊຸມ APEC ໄດ້ມີຜົນສຳເລັດຢ່າງແທ້ຈິງ.

        ຕາມທ່ານ Koizumi ແລ້ວ, ຫວຽດນາມ ຮັບບົດບາດນຳໜ້າໃນຫລາຍຂົງເຂດພື້ນຖານຂອງບັນດາບັນຫາຕົ້ນຕໍ ເຊິ່ງ APEC ພວມປະເຊີນໜ້າໃນປັດຈຸບັນ. ຕົວຢ່າງຄື: ພາກພຶ້ື້ນການຄ້າເສລີ ອາຊີ - ປາຊີຟິກ (FTAAP) ແມ່ນຂໍ້ລິເລີ່ມໄດ້ຮັບການສະເໜີໃນປີ 2006, ແມ່ນຈຸດເວລາທີ່ ຫວຽດນາມ ຮັບບົດບາດພື້ນຖານເສດຖະກິດເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງ APEC 2006.

ຕອບກັບ

ຂ່າວ/ບົດ​ອື່ນ