ຍາມໃດພັກ, ລັດກໍເຄົາລົບ ນັບຖືສິດເສລີໃນການເຫຼື້ອມໃສສາສະໜາຂອງປະຊາຊົນ

ຍາມໃດພັກ, ລັດກໍເຄົາລົບ ນັບຖືສິດເສລີໃນການເຫຼື້ອມໃສສາສະໜາຂອງປະຊາຊົນ - ảnh 1
ທ່າ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​
ເຮັດ​ວຽກ​ກັບ​ຄະນະ​ສາສະໜາ​ລັດຖະບານ
(ພາບ: VGP/Nhật Bắc)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/2, ຢູ່ ຮ່າ​ໂນ້ຍ, ທ່າ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ  ພ້ອມ​ກັບ​ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ຂັ້ນສູນ​ກາງ ​ໄດ້​ມ​ີການ​ເຮັດ​ວຽກ​ກັບ​ຄະນະ​ສາສະໜາ​ລັດຖະບານ. ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ເຊິ່ງຖັນ​ແຖວ​ພະນັກງານ​ປະຕິບັດ​ວຽກ​ງານ​ສາສະໜາ ​ປະຕິບັດ​​ໄດ້ໃນປີຜ່ານມາ. ​ເພື່ອ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງລັດ ກ່ຽວ​ກັບ​ສາສະໜາ ​ເປັນ​ຢ່າງ​ດີ, ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງ​ໃຫ້​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຕ້ອງ​ສະຫຼຸບ, ຕີ​ລາຄາ​ບັນດາ​ເອກ​ະສານ​ນິຕິ​ກຳ, ຂໍ້​ກຳນົດ ຂອງ​ລັດ ກ່ຽວ​ກັບ ສາສະໜາ, ການ​ເຫຼື້ອມ​ໃສ​ສາ​ສະ​ໜາ ​ແລະ ຄຸ້ມ​ຄອງ​​​ລັດ​ໃນ​ຂົງ​ເຂດ​ນີ້ ​ເພ່ືອ​ສືບ​ຕໍ່​ສຳ​ເລັດ, ​ເພີ່ມ​ເຕີມ ຮັບປະ​ກັນ​ກອບກົດໝາຍ, ຄວນ​ດຳ​ເນີນ​​ການ​ສະຫຼຸບ​ລັດຖະບັນຍັດ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ, ສາສະໜາ. ກະຊວງ​ພາຍ​ໃນ, ຄະນະ​ສາສະໜາ​ລັດຖະບານ ​ເພີ່ມ​ທະວີ ການ​ກວດກາ, ຊຸກຍູ້​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດ ກ່ຽວ​ກັບ ສາ​ສະໜາ, ການ​ເຫຼື້ອມ​ໃສ. ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເວົ້າ​ວ່າ​:

“ຄວາມ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ແມ່ນ​ຮັບປະກັນ​ໃນ​ຂ​ອບ​ເຂດ​ຂອງ​ກົດ​ໝາຍ ​ເພື່ອ​ໃຫ​້ປະຊາຊົນ​ເຄື່ອນ​ໄຫວ ສາສະໜາ​ຢ່າງ​ເປັນ​ປົກກະຕິ​ຕາມ​ລະບຽບ​ກົດໝາຍ. ນີ້​ແມ່ນ​ຄວາມ​ຮຽກຮ້ອງຕ້ອງການຂອງ​ປະຊາຊົນ ​ແລະ ພັກ, ລັດ ເຄົາລົບນັບຖື​ຄວາມ​ຮຽກຮ້ອງ​ຕ້ອງການ​ນີ້. ຊ້ຳ​ບໍ່​ໜຳ, ພວກ​ເຮົ​າຕ້ອງ​ສະໜອງ​ທີ່​ດິນ​ເພື່ອ​ກໍ່ສ້າງ​ບັນດາ​ຮາກ​ຖານຮັບໃຊ້ການເຄື່ອນໄຫວສາສະໜາ. ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ລະມັດລະວັງ​ ກັບ​ບັນດາ​ກົນອຸບາຍ​ເຊິ່ງບັນດາອິດທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ເສກ​ສັນ​ປັ້ນ​ແຕ່ງ, ຍຸຍົງ​ສົ່ງ​ເສີມ, ກໍ່​ຄວາມ​ແບ່ງ​ແຢກກຸ່ມ​ກ້ອນ​ມະຫາ​ສາມັກຄີ”

        ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່​ຕັກ​ເຕືອນ​ຄວນ​ເອົາ​ໃຈ​​ໃສ່​ກ່ວາ​ອີກ​ເຖິງ​ວຽກ​ງານ​ໂຄສະນາ​ເຜີ​ຍ​ແຜ່​ເພື່ອ​ໃຫ້ຫາ​ງສຽງ, ພິ​ເສດ​ແມ່ນ​ຫາງ​ສຽງ​ສາກົນ​ເຂົ້າ​ໃຈ​ແຈ້ງ, ​ເຈົ້າ​ໃຈ​ຖືກຕ້ອງ ກ່ຽວ​ກັບ​ນະ​ໂຍບາຍ​ປ່ຽນ​ໃໝ່ ​ແລະ ການ​ຫັນປ່ຽນ​ຕັ້ງໜ້າ​ຂອງ​ຊີວິດ​ສາສະໜາ​ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ