ຍູ້ແຮງການຮຳ່ຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນໃນອົງຄະນະພັກກຸ່ມບັນດາອົງການສູນກາງ

ຍູ້ແຮງການຮຳ່ຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນໃນອົງຄະນະພັກກຸ່ມບັນດາອົງການສູນກາງ - ảnh 1
ພາບ​ປະ​ກອບ

(vovworld) - ຮຳ່ຮຽນ​ແລະ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ໂຮ່ຈີ​ມິນ​ ​ແມ່ນ​ບັນຫາ​ສຳຄັນ, ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​ກໍ່ສ້າງ​ພັກ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ; ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ​ຫວຽດນາມ ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ໄວ, ໝັ້ນຄົງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ອາລົມ​ຈິດ, ຄວາມ​ມຸ້ງ​ຫວັງ​ຂອງ​ພັກ, ປະຊາຊົນ​ຫວຽດນາມ ອີກ​ດ້ວຍ. ທ່ານ ດິງ​ເທ໋ຮວີ​ງ, ກຳມະການ​ກົມກນ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ​ທີ່​ກອງ​ປະຊຸມອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງສະຫຼຸບ 4 ປີ ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ ກ່ຽວ​ກັບ​​ເລື່ອງສືບ​ຕໍ່​ຍູ້​ແຮງການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ ​ປະທານ ໂຮ່ຈີ​ມິນ.

​ໃນ 4 ປີຜ່ານມາ ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງໄດ້​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຄຳ​ສັ່ງ, ​ ​ເຮັດ​ໃຫ້ການ​ຮຳ່ຮຽນ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດປະທານ ​ໂຮ່ຈີ​ມິນ ກາຍ​ເປັນ​ວຽກ​ງານ​ປະຈຳ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ບັນດາ​ອົງການ, ຫົວໜ່ວຍ ​ແລະ ຂອງ​ພະນັກງານ, ສະມາຊິກ​ພັກ​ໃນ​ກຸ່ມ. ທ່ານ ດິງ​ເທ໋ຮວີ​ງ, ຊີ້​ແຈ້ງວ່າ, ​ໃນ​ໄລຍະຈະ​ມາ​ເຖິງ, ອົງຄະ​ນະ​ພັກ​ກຸ່ມ ​ແລະ ອົງຄະ​ນະ​ພັກ​ສັງກັດ, ຕ້ອງ​ເຮັດ​ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ​ເປັນ​ຢ່າງ​ດີ, ກຳມະການ​ພັກ, ພະນັກງານ​ງານ​ການ​ນຳ, ຫົວໜ້າ​ອົງການ, ຫົວໜ່ວຍ​ຕ້ອງ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດປະທານ ​ໂຮ່ຈີ​ມິນ.


ຂ່າວ/ບົດ​ອື່ນ