ຍູ້ແຮງການເຄື່ອນໄຫວວິທະຍາສາດ ເຕັກໂນໂລຢີໃນບັນດາຮາກຖານສຶກສາມະຫາວິທະຍາໄລ

(VOVWORLD) - ວັນທີ 29/7, ຢູ່ ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບກັບກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງກອງປະຊຸມ “ພັດທະນາວິທະຍາສາດ ເຕັກໂນໂລຢີໃນບັນດາຮາກຖານສຶກສາມະຫາວິທະຍາໄລໄລຍະ 2017-2025“.

ຍູ້ແຮງການເຄື່ອນໄຫວວິທະຍາສາດ ເຕັກໂນໂລຢີໃນບັນດາຮາກຖານສຶກສາມະຫາວິທະຍາໄລ - ảnh 1 ກອງປະຊຸມ “ພັດທະນາວິທະຍາສາດ ເຕັກໂນໂລຢີໃນບັນດາຮາກຖານສຶກສາມະຫາວິທະຍາໄລໄລຍະ 2017-2025“

(ພາບ: most.gov.vn)

ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ ຟຸ່ງຊວນຍະ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຢືນຢັນວ່າ, ການບຳລຸງສ້າງ ແລະ ຄົ້ນຄ້ວາວິທະຍາສາດແມ່ນສອງເສົາຄຳ້ຂອງບັນດາມະຫາວິທະຍາໄລ. ບັນດາການຄົ້ນຄ້ວາວິທະຍາສາດໃໝ່ແມ່ນທິດທາງເພື່ອໃຫ້ມະຫາວິທະຍາໄລສຸມໃສ່ພັດທະນາ. ທ່ານເນັ້ນໜັກວ່າ, ມີແຕ່ລົງທຶນໃຫ້ແກ່ການຄົ້ນຄ້ວາວິທະຍາສາດເທົ່ານັ້ນ, ບັນດາມະຫາວິທະຍາໄລຈຶ່ງສາມາດຍົກລະດັບໂຮງຮຽນ, ກໍ່ສ້າງນັກສຶກສາເກັ່ງ, ດຶງດູດບັນດາອາຈານທີ່ດີ, ນັກວິທະຍາສາດເກັ່ງໄດ້.

        ສ່ວນທ່ານ ຈູງອກແອງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກໍ່ຢືນຢັນວ່າ, ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວວິທະຍາສາດ ເຕັກໂນໂລຢີ, ບັນດາມະຫາວິທະຍາໄລຄວນຍູ້ແຮງການຫັນ ການເຄື່ອນໄຫວວິທະຍາສາດເຕັກໂນໂລຢີເປັນສັງຄົມ ຕິດພັນກັບການສົມທົບກັບບັນດາວິສາຫະກິດເພື່ອເປັນເຈົ້າມະຫາວິທະຍາໄລໂດຍອີງໃສ່ວິທະຍາສາດ ເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ