ດຶງດູດແລະເສີມຂະຫຍາຍແຫ່ງກຳລັງແຮງຈາກຊາວຫວຽດນາມອາໄສຢູ່ຕ່າງປະເທດໃຫ້ຫລາຍກວ່າອີກ

(VOVWORLD) -ໃນບັນຍາກາດຕ້ອນຮັບລະດູບານໃຫມ່ປີກຸນ 2019, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານພົ້ນເດັ່ນໃນວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດປີຜ່ານມາ,

ດຶງດູດແລະເສີມຂະຫຍາຍແຫ່ງກຳລັງແຮງຈາກຊາວຫວຽດນາມອາໄສຢູ່ຕ່າງປະເທດໃຫ້ຫລາຍກວ່າອີກ - ảnh 1 ທ່ານ ເລືອງແທງຫງີ້ ຮອງຫົວຫນ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ພາບ:baoquocte

ທ່ານ ເລືອງແທງຫງີ້ ຮອງຫົວຫນ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ໃນປີ 2018 ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 4,5 ລ້ານຄົນ ສືບຕໍ່ພັດທະນາ, ເຊື່ອມຕົວເຂົ້າກັບສັງຄົມຢູ່ປະເທດປະຈຳຖີ່ນຢ່່າງເລິກເຊິ່ງ ແລະ ກວ້າງຂວາງ. ທ່າອ່ຽງພໍ່ແມ່ຊາວຫວຽດນາມ ກັບຄືນເມືອບ້ານເກີດເມືອງນອນລົງທຶນ, ດຳເນີນທຸລະກິດ, ທຳມາຫາກິນ ຢູ່ຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ພໍ່ແມ່ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ໄດ້ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ຕາມການສະຖິຕິ ທ້າຍປີ 2018 ມີປະມານ 3000 ໂຄງການລົງທຶນຂອງພໍ່ແມ່ຊາວຫວຽດນາມອາໄສ ຢູ່ຕ່າງປະເທດ ຢູ່ 45 ແຂວງ, ນະຄອນ ດ້ວຍຍອດຈຳນວນເງິນລົງທຶນບັນລຸເກືອບ 4 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ