ດ່ານັ້ງເປີດການເຄື່ອນໄຫວທ່ອງທ່ຽວຕອນກາງຄືນ ຄືນໃໝ່

(VOVWORLD) -ນະຄອນ ດ່ານັ້ງ ມີຫາດຊາຍທະເລທີສວຍງາມຫຼາຍແຫ່ງ. ຍ້ອນເຫດນັ້ນ, ເລື່ອງຈັດຕັ້ງການທ່ອງທ່ຽວບັນເທິງຕອນກາງຄືນຢູ່ຫາດຊາຍທະເລ ມິ້ອານ, ຕາແວງ ມິ້ອານ, ເມືອງ ຫງູແຮ່ງເຊີນ ຈະສ້າງຈຸດພົ້ນເດັ່ນໃຫ້ແກ່ດ່ານັ້ງ ໃນຕອນກາງຄືນ.
ດ່ານັ້ງເປີດການເຄື່ອນໄຫວທ່ອງທ່ຽວຕອນກາງຄືນ ຄືນໃໝ່ - ảnh 1 ລາຍການ “Danang by night”  ມີການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມ
(ພາບປະກອບ: chinhphu.vn)

ການທ່ອງທ່ຽວຢູ່ພາຍໃນປະເທດຫວຽດນາມ ພວມໄດ້ເປີດເຄື່ອນໄຫວຄືນໃໝ່ ພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ-19 ເປັນເວລາດົນນານ. ນະຄອນ ດ່ານັ້ງ ໄດ້ຕັ້ງໜ້າຜັນຂະຫຍາຍລາຍການ “Danang by night” ເພື່ອດຶງດູດນັກທ່ອງທ່ຽວ. ນະຄອນ ດ່ານັ້ງ ມີຫາດຊາຍທະເລທີສວຍງາມຫຼາຍແຫ່ງ. ຍ້ອນເຫດນັ້ນ, ເລື່ອງຈັດຕັ້ງການທ່ອງທ່ຽວບັນເທິງຕອນກາງຄືນຢູ່ຫາດຊາຍທະເລ ມິ້ອານ, ຕາແວງ ມິ້ອານ, ເມືອງ ຫງູແຮ່ງເຊີນ ຈະສ້າງຈຸດພົ້ນເດັ່ນໃຫ້ແກ່ດ່ານັ້ງ ໃນຕອນກາງຄືນ.

        ທ້າຍປີ 2019, ໂດຍປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີ, ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວພັດທະນາເສດຖະກິດຕອນກາງຄືນ ເພື່ອຮັບໃຊ້ນັກທ່ອງທ່ຽວ, ແຕ່ຍ້ອນໂຄງການນັ້ນບໍ່ສາມາດປະຕິບັດໄດ້ຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19. ຄາດວ່າ, ປີນີ້ໄດ້ເລີ່ມເຄື່ອນໄຫວຄືນໃໝ່, ໃນຕໍ່ໜ້າແມ່ນສຸມໃສ່ຟື້ນຟູການທ່ອງທ່ຽວຢູ່ພາຍໃນປະເທດ. ທ່ານ ກາວຈິ໊ຢຸງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ.

        “ຄາດວ່າ, ປະຊາຄົມວິສາຫະກິດສົມທົບກັບພະແນກທ່ອງທ່ຽວນະຄອນ ດ່ານັ້ງ ສຸມໃສ່ 3 ກຸ່ມຜະລິດຕະພັນຄື: ທີ 1 ແມ່ນຈັດການໄປທ່ອງທ່ຽວ ບ່ານ່າ ຕອນກາງຄືນ; ທີ 2 ແມ່ນລາຍການທ່ອງທ່ຽວໄປ ດ່ານັ້ງ ຕອນກາງຄືນ. ລາຍການທ່ອງທ່ຽວນີ້ ພວກຂ້າພະເຈົ້າພວມແລກປ່ຽນກັບອົງການຄຸມຄອງລັດເພື່ອເລືອກເອົາຈຸດພົ້ນເດັ່ນໃຫ້ແກ່ລາຍການນີ້. ທີ 3 ແມ່ນປ່ຽນແປງໃໝ່ເນື້ອໃນລາຍການທ່ອງທ່ຽວບົນແມ່ນ້ຳດ້ວຍເຮືອ, ມີຈຸດເປັນເອກະລັກສະເພາກວ່າ. ພ້ອມກັບປະຊາຄົມວິສາຫະກິດ, ບັນດາຫົວໜ່ວຍຈົ່ງສະໜອງການບໍລິການໂດຍໄວ ເພື່ອສ້າງເປັນບັນດາຜະລິດຕະພັນທ່ອງທ່ຽວ ນຳເຂົ້າຂຸດຄົ້ນໃນໂອກາດວັນບຸນ 30 ເມສາ ແລະ 01 ພຶດສະພາ 2021”.

        ລາຍການ “Danang by night”  ມີການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມຄື: ສະແດງໄຢສິລະປະດ້ວຍຫົວຂໍ້ “ແມ່ນນ້ຳແສງສະຫວ່າງ” ຢູ່ 2 ຝັ່ງແມ່ນ້ຳ ຮ່ານ; ລາຍການເຄື່ອນໄຫວຕອນກາງຄືນຢູ່ຖະໜົນທ່ອງທ່ຽວ ອານເຖື້ອງ; ເຂດອາຫານການກິນ ດ່ານັ້ງ…

        ລາຍການດັ່ງກ່າວ ໄດ້ຈັດທົດລອງເປັນເວລາ 3 ປີ, ນັບແຕ່ປີ 2021 ຮອດປີ 2023, ຄາດວ່າຈະເລີ່ມເປີດຕົວໃນໂອກາດວັນທີ 30 ເມສາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ