ດ່າໜັງ ບັນລຸໄດ້ນາມມະຍົດນະຄອນຂຽວປີ 2018

(VOVWORLD) - ດ່າໜັງ ຫາກໍ່ກາຍເປັນນະຄອນຂຽວແຫ່ງຊາດຂອງ ຫວຽດນາມ ປີ 2018. ນາມມະຍົດນີ້ ໄດ້ອະນຸຍາດໃຫ້ ດ່າໜັງ ພ້ອມກັບ 21 ນະຄອນອື່ນໃນໂລກ

ສືບຕໍ່ເຂົ້າຮ່ວມຮອບຄັດເລືອກສຸດທ້າຍໃນການແຂ່ງຂັນນະຄອນຂຽວສາກົນ ເພື່ອມອບລາງວັນນະຄອນຂຽວທົ່ວໂລກໃຫ້ນະຄອນດີເລີດທີ່ສຸດ .

ດ່າໜັງ ບັນລຸໄດ້ນາມມະຍົດນະຄອນຂຽວປີ 2018 - ảnh 1 ດ່າໜັງ ບັນລຸໄດ້ນາມມະຍົດນະຄອນຂຽວປີ 2018

        ລາຍການ “ນະຄອນຂຽວສາກົນ” ແມ່ນຂໍ້ລິເລີ່ມຂອງ WWF (World Wide Fun for Nature – ອົງການອະນຸລັກຮັກສາທຳມະຊາດໂລກ) ເພື່ອແນໃສ່ຮຽກຮ້ອງໃຫ້ບັນດານະຄອນໃນທົ່ວໂລກ ຈົ່ງມີການກະທຳ ແລະ ມຸ່ງໄປເຖິງໜ່ວຍໂລກໃນອະນາຄົດເປັນມິດກັບສິ່ງແວດລ້ອມຫລຸດຜ່ອນ ແລະ ປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ. ປີນີ້ ມີ 132 ນະຄອນທີ່ມາຈາກ 23 ປະເທດໃນໂລກເຂົ້າແຂ່ງຂັນ “ນະຄອນຂຽວສາກົນ” ໃນນັ້ນ ຫວຽດນາມ ມີ 3 ນະຄອນເຂົ້າຮ່ວມ ນັ້ນແມ່ນນະຄອນ ດ່າໜັງ, ດົງຮ່າ ແລະ ໂຮ້ຍອານ.

ຕອບກັບ

ຂ່າວ/ບົດ​ອື່ນ