ຕົກ​ສະ​ເງີ້​ໃນການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ: ການ​ກັບ​ຄືນ​ມາຂອງ​ຝ່າຍ​​ຊ້າຍ

(VOVWORLD) -  ຕາມຜົນການນັບບັດ ທີ່ໄດ້ປະກາດໃນຕອນຄ່ຳວັນທີ 7 ກໍລະກົດ, ຕາມເວລາທ້ອງຖິ່ນ, ສຳພັນທະມິດຝ່າຍຊ້າຍ “ແນວໂຮມນິຍົມໃໝ່ (NFP) ຍາດໄດ້ໄຊຊະນະໃນຮອບເລືອກຕັ້ງທີ 2 ຂອງສະພາແຫ່ງຊາດ ຝລັ່ງ, ຄາດວ່າຈະໄດ້ຮັບ 180 – 210 ທີ່ນັ່ງ. ໃນຂະນະນັ້ນ, ພັກທີ່ເດີນຕາມແນວທາງຂວາຈັດ “ເຕົ້າໂຮມຊາດ” (RN) ແລະ ສຳພັນທະມິດຕ້ອງໄດ້ຮັບໝາກຜົນດ້
ຕົກ​ສະ​ເງີ້​ໃນການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ: ການ​ກັບ​ຄືນ​ມາຂອງ​ຝ່າຍ​​ຊ້າຍ - ảnh 1ປະຊາຊົນ ຝລັ່ງ ເຕົ້າໂຮມກັນຢູ່ສະໜາມຫຼວງ ສາທາລະນະ ເພື່ອຮຽກຮ້ອງການປ່ອນບັດ (ພາບ:  France Bleu)

ສິ່ງທີ່ຕົກສະເງີ້ໄດ້ເກີດຂຶ້ນໃນການເລືອກຕັ້ງສະພາແຫ່ງແຫ່ງຊາດ ຝລັ່ງ ເມື່ອພັນທະມິດຝ່າຍຊ້າຍ “ແນວໂຮມນິຍົມໃໝ່ (NFP) ຍາດໄດ້ໄຊຊະນະ, ໂດຍລື່ນກາຍສຳພັນທະມິດທີ່ສະໜັບສະໜູນປະທານາທິບໍດີ ຝລັ່ງ Emmanuel Macron, ໂດຍສະເພາະແມ່ນ ພັກ “ເຕົ້າໂຮມແຫ່ງຊາດ” (RN) ເດີນຕາມແນວທາງ ຂວາຈັດ ແລະ ສຳພັນທະມິດທີ່ໄດ້ຮັບການຄາດຄະເນລ່ວງໜ້າວ່າ ຈະຍາດໄດ້ຈຳນວນບັດສະໜັບສະໜູນສ່ວນຫຼາຍຢູ່ສະພາແຫ່ງຊາດຊຸດໃໝ່.

              ຕາມຜົນການນັບບັດ ທີ່ໄດ້ປະກາດໃນຕອນຄ່ຳວັນທີ 7 ກໍລະກົດ, ຕາມເວລາທ້ອງຖິ່ນ, ສຳພັນທະມິດຝ່າຍຊ້າຍ “ແນວໂຮມນິຍົມໃໝ່ (NFP) ຍາດໄດ້ໄຊຊະນະໃນຮອບເລືອກຕັ້ງທີ 2 ຂອງສະພາແຫ່ງຊາດ ຝລັ່ງ, ຄາດວ່າຈະໄດ້ຮັບ 180 – 210 ທີ່ນັ່ງ. ໃນຂະນະນັ້ນ, ພັກທີ່ເດີນຕາມແນວທາງຂວາຈັດ “ເຕົ້າໂຮມຊາດ” (RN) ແລະ ສຳພັນທະມິດຕ້ອງໄດ້ຮັບໝາກຜົນດ້ວຍຄວາມຜິດຫວັງ ແລະ ບໍ່ຄືດັ່ງທີ່ຄາດໄວ້.

              ພາຍຫຼັງທີ່ຜົນການນັບບັດໄດ້ຮັບການປະກາດ, ການນຳພັກທີ່ເດີນຕາມແນວທາງຊ້າຍຈັດ “ປະເທດຝລັ່ງ ອົງອາດກ້າຫານ” (LFI), ເຊິ່ງເປັນພາກສ່ວນກວມເອົາຈຳນວນສ່ວນຫຼາຍໃນສຳພັນທະມິດຝ່າຍຊ້າຍ NFP, ທ່ານ Jean – Luc Melenchon ແລະ ກໍແມ່ນຜູ້ສະໝັກເລືອກຕັ້ງທີ່ມີກຳລັງບົ່ມຊ້ອນ ສຳລັບຕຳແໜ່ງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ມອບສິດໃຫ້ແກ່ຝ່າຍຊ້າຍ.

ແມ້ງຮ່າ - ນັກຂ່າວ VOV ປະຈຳ ຝລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ