![ຕວກກີເພີ່ມທະວີກຳລັງຢູ່ເຂດຊາຍແດນຕິດກັບຊີຣີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_12_26/265.jpg)
ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan
(ພາບ: AFP)
(vovworld) - ວັນທີ 25/12, ຕວກກີ ໄດ້ຜັນຂະຫຍາຍລົດຕັງ ແລະ ກອງປືນໃຫຍ່ຕື່ມອີກຢູ່ເຂດຊາຍແດນຕິດກັບ ຊີຣີ, ບ່ອນທີ່ Ankara ພວມຍູ້ແຮງການບຸກໂຈມຕີຍາດເອົາສິດຄວບຄຸມຖານທີ່ໝັ້ນຂອງລັດ ອິດສະລາມ IS. ສຳນັກຂ່າວສານແຫ່ງລັດ Anadolu ໃຫ້ຂ່າວວ່າ, ລົດຕັງ, ພາຫະນະຂົນສົ່ງດ້ານການທະຫານຈຳນວນໜຶ່ງ ແລະ ກອງປືນໃຫຍ່ຢ່າງໜ້ອຍສຸດແມ່ນ 10 ກອງ ໄດ້ຮັບການຜັນຂະຫຍາຍຢູ່ Oguzeli ແລະ Karkamis ທາງທິດຕາເວັນອອກສ່ຽງໃຕ້ ຕວກກີ.