![ຕວກກີເຫດວາງລະເບີດໃກ້ກັບຖານທີ່ໝັ້ນການທະຫານຢູ່Istanbul,ເຮັດໃຫ້ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ5ຄົນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_05_13/136.jpg)
ເຫດວາງລະເບີດໃກ້ກັບຖານທີ່ໝັ້ນການທະຫານຢູ່ Istanbul
(ພາບ: REUTERS /TTXVN)
(vovworld) - ວັນທີ 12/05 ຢູ່ຖານທີ່ໝັ້ນການທະຫານ Istanbul, ຕວກກີ ໄດ້ເກີດເຫດວາງລະເບີດ ເຮັດໃຫ້ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 5 ຄົນ. ການກະທຳນີ້ ເກີດຂຶ້ນໃນສະພາວະທີ່ ຕວກກີ ພວມຖືກຈັດວາງໃນສະພາບການລະມັດລະວັງສູງ ຕໍ່ບັນດາການບຸກໂຈມຕີ. ຕາມສຳນັກຂ່າວສານ Dogan ເຫດວາງລະເບີດເກີດຂຶ້ນຈາກລົດໂອໂຕຄັນໜຶ່ງທີ່ເມືອງ Sancaktepe ຂຶ້ນກັບທະວີບອາຊີຂອງ stanbul. ໃນຈຳນວນຜູ້ຮັບບາດເຈັບມີທັງພົນທະຫານ. ປະຈຸບັນບັນດາລົດໂຮງໝໍພວມຖືກຈັດໄປຍັງສະຖານທີ່ເກີດເຫດດັ່ງກ່າວຢ່າງຮີບດ່ວນ.