ຕວກກີ ພ້ອມແລ້ວທີ່ຈະສ້າງເຂດປອດໄພຢູ່ ຊີຣີ ຕື່ມອີກ

(VOVWORLD) - ວັນທີ 12 ສິງຫາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ຮູ້ວ່າ:
ຕວກກີ ພ້ອມແລ້ວທີ່ຈະສ້າງເຂດປອດໄພຢູ່ ຊີຣີ ຕື່ມອີກ - ảnh 1ພົນທະຫານຕວກກີ (ພາບ: THX/TTXVN)

ອານກາຣາ ໄດ້ສຳເລັດວຽກງານກະກຽມສຸດທ້າຍ ເພື່ອສ້າງເຂດປອດໄພຢູ່ ຊີຣີ ຕື່ມອີກ ແລະ ຕວກກີ ໄດ້ດຳເນີນການເຄື່ອນໄຫວນີ້ ໂດຍຜ່ານການບຸກໂຈມຕີທາງການທະຫານຢ່າງກະທັນຫັນ 2 ຄັ້ງແນໃສ່ເຂດພາກເໜືອປະເທດບ້ານໃກ້ເຮືອນຄຽງນີ້.

        ທ່ານປະທານາທິບໍດີ Tayyip Erdogan ໃຫ້ຮູ້ຕື່ມອີກວ່າ ໄດ້ມີປະຊາຊົນ ຊີຣີ ປະມານ 250.000 ຄົນໃນຈຳນວນກ່ວາ 2,7 ລ້ານຄົນ ທີ່ລີ້ໄພຢູ່ ຕວກກີ ຍ້ອນການປະທະກັນຢູ່ ຊີຣີ, ເຊິ່ງປັດຈຸບັນໄດ້ກັບຄືນເມືອປະເທດ. ແຕ່ດົນນານມາແລ້ວ, ຕວກກີ ຍັງຄົງຊຸກຍູ້ການສ້າງບັນດາເຂດປອດໄພ, ຊຶ່ງໄດ້ຮັບຖືວ່າ ເພື່ອແນໃສ່ຮັບປະກັນຄວາມສະຫງົບປອດໄພຢູ່ເຂດຊາຍແດນປະເທດນີ້ ກໍ່ຄືປົກປ້ອງຊາວອົບພະຍົບ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ