ຕ້ອນ​ຮັບ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ທ່ຽວ ກວ໋າງ​ບິ່ງ ຕ​າມ​ຂັ້ນ​ຕອນ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ, ທ່ອງ​ທ່ຽວ​ຂຽວ

(VOVWORLD) -   “ກວ໋າງບິ່ງ ໄດ້ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ. ການຮັບແຂກທ່ອງທ່ຽວຕ້ອງປະຕິບັດຕາມເງື່ອນໄຂ, ຂໍໍ້ກຳນົດຂອງກະຊວງສາທາລະນະສຸກ ແລະ ຂໍ້ກຳນົດຂອງລັດຖະບານ. ນັກທ່ອງທ່ຽວຕ້ອງສັກວັກຊິກກັນພະຍາດໂຄວິດ - 19 ຄົບ 2 ເຂັມ. ຕ້ອງໄດ້ກວດພະຍາດໂຄວິດ - 19 ກ່ອນທີ່ຈະຂຶ້ນຍົນ ແລະ ພາຍຫຼັງມາຮອດກໍຕ້ອງກວດຕື່ມອີກເທື່ອໜຶ່ງ.”
ຕ້ອນ​ຮັບ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ທ່ຽວ ກວ໋າງ​ບິ່ງ ຕ​າມ​ຂັ້ນ​ຕອນ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ, ທ່ອງ​ທ່ຽວ​ຂຽວ - ảnh 1ຄະນະນັກທ່ອງທ່ຽວທຳອິດມາທ່ຽວ ກວ໋າງບິ່ງ ຕາມຂັ້ນຕອນທ່ອງທ່ຽວຄົບວົງຈອນ (ພາບ: ພະແນກທ່ອງທ່ຽວກວ໋າງບິ່ງ)

ຕອນຄ່ຳວັນທີ 15 ຕຸລາ, ພະແນກທ່ອງທ່ຽວແຂວງ ກວ໋າງບິ່ງ ໄດ້ຈັດພິທີຕ້ອນຮັບຄະນະນັກທ່ອງທ່ຽວທຳອິດທີ່ມາທ່ຽວຕາມຂັ້ນຕອນຄົບວົງຈອນ, ທ່ອງທ່ຽວຂຽວ.  ນີ້ແມ່ນຄະນະນັກທ່ອງທ່ຽວທີ່ມາແຂວງ ກວ໋າງບິ່ງ ຕາມລາຍການທົດລອງທ່ອງທ່ຽວແບບຄົບວົງຈອນ “ຄົ້ນຫາກວ໋າງບິ່ງ ໃນສະພາບປົກກະຕິໃໝ່”.

ຄະນະນັກທ່ອງທ່ຽວມີ 6 ຄົນ, ເດີນທາງດ້ວຍສາຍການບິນ ຈາກນະຄອນ ໂຮ່ຈີມິນ ມາແຂວງ ກວ໋າງບິ່ງ.  ທ່ານ ຫງວຽນງອກກຸ໊ຍ ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງບິ່ງໃຫ້ຮູ້ວ່າ:

        “ກວ໋າງບິ່ງ ໄດ້ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ. ການຮັບແຂກທ່ອງທ່ຽວຕ້ອງປະຕິບັດຕາມເງື່ອນໄຂ, ຂໍໍ້ກຳນົດຂອງກະຊວງສາທາລະນະສຸກ ແລະ ຂໍ້ກຳນົດຂອງລັດຖະບານ. ນັກທ່ອງທ່ຽວຕ້ອງສັກວັກຊິກກັນພະຍາດໂຄວິດ - 19 ຄົບ 2 ເຂັມ. ຕ້ອງໄດ້ກວດພະຍາດໂຄວິດ - 19 ກ່ອນທີ່ຈະຂຶ້ນຍົນ ແລະ ພາຍຫຼັງມາຮອດກໍຕ້ອງກວດຕື່ມອີກເທື່ອໜຶ່ງ. ແຂກທ່ອງທ່ຽວກໍຮູ້ສຶກມ່ວນຊື່ນໃນການນຳໃຊ້ນະໂຍບາຍທີ່ປອດໄພນີ້.”


ຕອບກັບ

ຂ່າວ/ບົດ​ອື່ນ