ຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ3ລ້ານມາຢ້ຽມຢາມຮ່າໂນ້ຍໃນປີ2014

ຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ3ລ້ານມາຢ້ຽມຢາມຮ່າໂນ້ຍໃນປີ2014 - ảnh 1
ການ​ນຳ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວມອບ​
ຂອງ​ຂວັນ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​​ສາ​ກົນ​ຜູ້ ທີ 3 ລ້ານ
ພາບ:baotintuc

(vovworld)-​ ຕອນ​ບ່າຍ​ວັນ​ທີ 30/12 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ແລະ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຜູ້​​​ທີ 3 ລ້ານ​​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ​ປີ 2014. ນັກ​ທ່ອງ​ທ່ຽວ​​ສາ​ກົນ​ຜູ້ ທີ 3 ລ້ານແມ່ນ​ທ່ານ​ນາງ  Papazoglou Eleni ສັນ​ຊາດ ເກຼັກ. ເຫດ​ການ​ດັ່ງ​ກ່າວ ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ນັບ​ມື້​ນັບ​​ຫລາຍກວ່າ, ຢືນ​ຢັນ ການ​ທ່ອງ​ທ່ຽວ​ແມ່ນ​ຂະ​ແຫນງ​ເສດ​ຖະ​ກິດ​ສຳ​ຄັນ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ໂຕວັນ​ດົ້ງ, ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍ ຢືນ​ຢັນ​ວ່າ:

        “ຊຸມ​ປີ​ຜ່ານ​ມາ, ຂະ​ແຫນງ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ໄດ້​ຢືນ​ຢັນ​ທີ່​ຕັ້ງ​ບົດ​ບາດ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ​ເທື່ອ​ລະ​ກ້າວ. ຂະ​ແຫນງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ກາຍ​ເປັນ​ຂະ​ແຫນງ​ເສດ​ຖະ​ກິດ​ສຳ​ຄັນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ນະ​ຄອນ​ຫລວງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ.”

ປີ 2014, ຂະ​ແຫນງ​ທ່ອງ​ທ່ຽວ ນະ​ຄອນ​ຫລວງ​ສືບ​ຕ​ໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ຂອງ​ທັງ​ປະ​ເທດ​ກໍ​ຄື​ພາກ​ພື້ນ. ວາ​ລະ​ສານ TripAdvisor ໄດ້​ຄັດ​ເລືອກ ຮ່າ​ໂນ້ຍ ແມ່ນ​ນະ​ຄອນ​ຢືນ​ອັນ​ດັບ 2/25 ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊັ້ນ​ນຳ​ຢູ່ ອາ​ຊີ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ມີ​ລາ​ຄາ​ຖືກ​ທີ່​ສຸດ​ຂອງ​ໂລກ​ປີ 2014, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢືນ​ອັນ​ດັບ 8 ໃນ​ຈຳ​ນວນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊັ້ນ​ນຳ​ຂອງ​ໂລກ​ 25 ແຫ່ງໃນ​ປີ 2014. ສ່ວນ​ວາ​ລະ​ສານ Smart Travel Asia ຄັດ​ເລືອກ​ຮ່າ​ໂນ້ຍ​ເຂົ້າ​ໃນ​​ບັນ​ຊີ​ລາຍ​ຊື່​ສະ​ຖານ​ທີ່​ທ່ອງ​ທ່ຽວ 10 ແຫ່ງ​ດີ​ສຸດ​ຢູ່​ອາ​ຊີ ສຳ​ລັບ​ລາຍ​ການ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ ໃນ​ປີ 2014.

 

 

 

 

ຂ່າວ/ບົດ​ອື່ນ