ຕະຫຼາດຫຼັກຊັບ ຫວຽດນາມ ສືບຕໍ່ຈະເລີນເຕີບໂຕໃນປີ 2022

(VOVWORLD) -ລະດັບເຕີບໂຕໃນປີ 2021 ໄດ້ຮັບການຄາດຄະເນພຽງຢູ່ໃນລະດັບ 1,5%, ແຕ່ຄາດຄະເນວ່າ ລະດັບເຕີບໂຕສູງອາດຈະກັບຄືນມາໃນປີ 2022.
ຕະຫຼາດຫຼັກຊັບ ຫວຽດນາມ ສືບຕໍ່ຈະເລີນເຕີບໂຕໃນປີ 2022 - ảnh 1(ພາບປະກອບ: TTXVN)

ວັນທີ 13 ພະຈິກ, ໜັງສືພິມ Daily Mail (ອັງກິດ) ໄດ້ລົງບົດຂຽນໄຈ້ແຍກໂດຍຖືວ່າ, ເຖິງວ່າ ຫວຽດນາມ ຖືກຜົນກະທົບຈາກໂລກລະບາດໂຄວິດ-19 ຄືທຸກພື້ນຖານເສດຖະກິດອື່ນໆໃນທົ່ວໂລກກໍ່ຕາມ, ແຕ່ເສດຖະກິດຂອງ ຫວຽດນາມ ພວມກັບຄືນຢ່າງຖືກທິດ ເມື່ອບັນດາມາດຕະການສະກັດກັ້ນເພື່ອປ້ອງກັນ, ຕ້ານໂລກລະບາດໄດ້ຍົກເລີກ. ລະດັບເຕີບໂຕໃນປີ 2021 ໄດ້ຮັບການຄາດຄະເນພຽງຢູ່ໃນລະດັບ 1,5%, ແຕ່ຄາດຄະເນວ່າ ລະດັບເຕີບໂຕສູງອາດຈະກັບຄືນມາໃນປີ 2022. ຕະຫຼາດຫຼັກຊັບຂອງ ຫວຽດນາມ ນອນໃນຈຳນວນຕະຫຼາດເຄື່ອນໄຫວດີທີ່ສຸດຢູ່ ອາຊີ, ເພີ່ມຂຶ້ນກວ່າ 30% ໃນປີ 2021 ໂດຍບໍ່ຫົວຊາຕໍ່ສະພາບເສດຖະກິດທີ່ເຕັມໄປດ້ວຍສິ່ງທ້າທາຍ. ຕາມບັນດານັກຊ່ຽວຊານແລ້ວ, ຄາດວ່າຕະຫຼາດຈະເລີ່ມເຕີບໂຕໃນປີຕໍ່ໄປ ເມື່ອຜົນກຳໄລວິສາຫະກິດຢູ່ ຫວຽດນາມ ຈະຟື້ນຟູຢ່າງແຮງ. ບົດຂຽນໄດ້ຢືນຢັນວ່າ: ຕະຫຼາດຫຼັກຊັບຂອງ ຫວຽດນາມ ຈະດຶງດູດຄວາມສົນໃຈຂອງບັນດານັກລົງທຶນສາກົນໃຫຍ່, ຊຸກຍູ້ ລາຄາໃຫ້ຂຶ້ນສູງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ