ຖັນແຖວນັກທຸລະກິດຍິງ ແມ່ນກຳລັງມີບົດບາດ ສຳຄັນ


ຖັນແຖວນັກທຸລະກິດຍິງ ແມ່ນກຳລັງມີບົດບາດ ສຳຄັນ - ảnh 1 

(ພາບ: doanhnhansaigon.vn )

(vovworld) –​​​​​​​​ວັນ​ທີ 19/10, ກອງ​ປະຊຸມ​ໃຫ່ຍສ້າງຕັ້ງສະຫະ​ສະມາຄົມ​ນັກທຸລະກິດ​ຍິງ​ຫວຽ​ດນາມ ​ໄດ້​ຖືກ​ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ. ສະຫະ​ສະມາຄົມ​ນັກທຸລະກິດ​ຍິງ​ຫວຽ​ດນາມ ກຳນົດ​ຈຸດໝາຍ​ໃນ​ອາຍຸ​ການ​ທີ 1 ​ແມ່ນ​ເຕົ້າ​ໂຮມ, ສາມັກຄີ​ບັນດາ​ນັກທຸລະກິດ​ຍິງ, ວິ​ສາ​ຫະກິດ​ຂຶ້ນ​ກັບ​ທຸກ​ພາກສ່ວນ​ເສດຖະກິດ, ບັນດາ​ອົງການ​ຜູ້​ຕາງໜ້າ​ຂອງ​ນັກທຸ ລະກິດ​ຍິງ, ວິ​ສາ​ຫະກິດ​ຍິງ; ​ເສີມຂະຫຍາຍ​ຄວາມ​ສາມາດ, ພູມ​ປັນຍາ ​ແລະ ກຳລັງ​ແຮງ​ຂອງ​ຖັນ​ແຖວ​ນັກທຸລະກິດ​ຍິງ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ການ​ບໍລິການ, ປະກອບສ່ວນ​ພັດທະນາ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ນັກທຸ​ລະ​ກິດ​ໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫ່ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ຜົນງານ, ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ແມ່ຍິງ​ຫວຽດນາມ ​ເວົ້າລວມ​ແລະ ບັນດາ​ນັກທຸລະກິດ​ຍິງ​ເວົ້າສະ​ເພາະຕໍ່​ພາລະ​ກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ເນັ້ນໜັກ​ວ່າ: ຖັນ​ແຖວ​ນັກທຸລະກິດ​​ແມ່ນ​ກຳລັງ​ມີ​ບົດບາດ​ສຳຄັນ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ສ້າງ​ຖັນ​ແຖວ​ນັກທຸລະກິດ​​ເຕີບ​ໃຫ່ຍ​ເຂັ້ມ​ແຂງ, ມີ​ຄວາມ​ສາມາດ, ມີລະດັບ​ຄວາມ​ຮູ້ ​ແລະ ຄຸນ​ນະ​ທາດ, ອິດ​ທິພົນ​ຊື່​ສຽງ​ສູງຈະ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ, ກຳລັງ​ແກ່ງ​ແຍ້​ງ, ພັດທະນາ​ຢ່າງ​ໄວວາ ​ແລະ ໝັ້ນຄົງ, ຮັກສາ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ​ຂອງ​ພື້ນຖານ​ເສດຖະກິດ. ຍາມ​ໃດ​ພັກ, ລັດ​ຫວຽດນາມ ກໍ່​ໄດ້​​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຖັນ​ແຖວ​ນັກທຸລະກິດ​ຍິງ./.

ຂ່າວ/ບົດ​ອື່ນ