ຖະແຫຼງສ້າງຕັ້ງປະຊາຄົມອາຊຽນ

ຖະແຫຼງສ້າງຕັ້ງປະຊາຄົມອາຊຽນ - ảnh 1
ຖະແຫຼງສ້າງຕັ້ງປະຊາຄົມອາຊຽນ
(ພາບ: VGP)

(vovworld) - ​ໂດຍ​ສື​ບຕໍ່​ໂຄງ​ການ​ດຳ​ເນີິນ​ງານ​ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ​ຄ​ັ້ງ​ທີ 27 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ, ຕອນ​ເຊົ້າ​ວັ​ນ​ທີ 22/11, ຢູ່​ນະ​ຄອນ​ຫຼວງ ກົວ​ລາ​ລຳ​ເ​ປີ, ປະ​ເທດ​ມາ​ເລ​ເຊຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ການ​ນຳ​ອາ​ຊຽນ ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ສ້າງ​ຕັ້ງ​ປະ​ຊາ​​ຄົມ​ອາ​ຊ​ຽນ ໃນ​ວັ​ນ​ທີ 31/12/2015 ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 “ພ້ອມ​ກັ​ນ​ກ້າວ​ຂຶ້ນ​ຢ່າງ​ໝັ້​ນ​ຄົງ”. ນີ້​ແມ່ນ​ເອ​ກະ​ສານ 2 ສະ​ບັບ​​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ສຳ​ລັບ​ວິ​ວັດ​ທະ​ນາ​ການ​​ຮ່ວມ​ສຳ​ພັນ ແລະ ພັດ​ທະ​ນາ​ຂອງ​ອາ​ຊຽນ ພາຍ​ຫຼັງ​ເກືອບ​ເຄິ່ງ​ສະຕະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ບໍ່​ພຽງ​ແຕ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ 10 ປະ​ເທດ​ອາ​ຊຽນເທົ່າ​ນັ້ນ, ຫາກ​ຍັງ​ນັບ​ທັງ​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ.

      ດ້ວຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ການ​ນຳ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ອາ​ຊຽນ ແລະ ​ທ່ານເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ການ​ນຳ​ອາ​ຊຽນ ​ໄດ້ລົງ​ນາມ​ໃນ​ຖະ​ແຫຼງ​ການ​​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ວັນ​ທີ 31/12/2015, ປະ​ກາດ​ກັບ​ໂລກ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ບາດ​ລ້ຽວ​ປະ​ຫວັດ​ສາດ​ຂອງອ​າ​ຊຽນ, ຢືນ​ຢັນ​ທີ່​ຕັ້ງ​ໃໝ່​ຂອງ​ປະ​ຊາ​​ຄົມ​ອາ​ຊຽນ ໃນ​ປະ​ຊາ​ຄົມ​ສາ​ກົນ, ເປັນ​ສັນ​ຍາ​ລັກ​ໃນ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຢ່າງ​ແຮງຂອງ​ອາ​ຊຽນ ​ໃນ​ຄວາມມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​​ປະ​ຊາ​ຄົມ​ອາ​ຊຽນ ໃຫ້​ໝັ້​ນ​ຄົງ​ເຂັ້ມ​ແຂງ, ເພື່ອ​ຄ​າດ​ໝາຍ​ລວມ ແມ່ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ. ຖະ​ແຫຼງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ທະ​ນາ​ການຮ່ວມ​ສຳ​ພັນ​ຂອງ​ອາ​ຊຽນ. ​ພາຍ​ຫຼັງ​ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ອາ​ຊຽນ ຈາກ​ອົງ​ການ​ໜຶ່ງບໍ່​ທັນ​ມິ​ທັດ​ສະ​ນະ​ລວມຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ​​້ປືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ຊາ​ຄົມ​ອາ​ຊຽນ ຮ່ວມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນ​​ໃນທັງ 3 ເສົ້າ​ຄ້ຳ​ຕົ້ນ​ຕໍ​ແມ່ນ ການ​ເມືອງ-ຄວາ​ມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ - ສັງ​ຄົມ ດ້ວຍ​ທີ່​ຕັ້ງ​ນັບ​ມື້​ນັບ​ສູງ​ຢູ່​ທັງ​ພາກ​ພື້ນ ແລະ ສາ​ກົນ. ການຕົກ​ລົງ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ​ແມ່ນເປັນ​ການ​ພິ​​ສູດ​ໃຫ້​ເຫັນ​ຢ່າງ​ມີ​ຊີ​​ວິດ​ຊີ​ວາ​ທີ່​ສຸດ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຜ່ານ​ຜ່າ​ບັນ​ດາ​ຮົ້ວ​ກີດ​ຂວາງ ແລະ ຄວາມ​ແຕກ​​ໂຕນກັນ​​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກເພື່ອ​ບັນ​ລຸ​ໄດ້​ຄວາມ​ຮັບ​ຮູ້​ລວ​ມ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ປະ​ຊາ​ຄົມ​ໜຶ່ງ​ທີ່​ມີ​ຄວາມ “ເປັນ​ເອ​ກະ​ພາບ​ໃນ​ຫຼາຍຮູບ​ແບບ” ກໍ​ຄື​ເຈດ​ຈຳ​ນົງ ແລະ ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັ​ນ​ຢູ່​ໃນ​ລະ​ດັບ​ສູງກວ່າ ເພື່ອ​ຮັບ​ມື​ຢ່າງ​ທັນ​ການ​ຕໍ່ກັບ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ໃຫ້​ພາ​ກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Najib Tun Abdul Razak ເນັ້ນ​ໜັກວ່າ ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ 2015 ແມ່ນ​ບາດກ້າວ​ປະ​ຫວັດ​ສາດ​ສຳ​ຄັນ​ຍິ່ງ​ຂອງ​ອາ​ຊຽນ. ອາ​ຊຽນ ໄດ້​ກາຍ​ເປັນ​ປະ​ຊາ​ຄົມ “ເຊື່ອມ​ຕໍ່​ດ​້ານ​ການ​ເມືອງ, ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ພ້ອມ​ກັ​ນ​ແບ່ງ​ປັນ​ໜ້າ​ທີ່​ຮັບ​​ຜິດ​ຊອບ​ຕໍ່​ສັງ​ຄົມ” ​ຢ່າງເປັນ​ທາງ​ການ, ສ້າງ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ອາ​ຊຽນ ສືບ​ຕໍ່​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ຮ່ວມ​ສຳ​ພັນ​ພາຍ​ໃນ​ກຸ່ມ​ເລິກ​ເຊິ່ງກວ່າ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ລວມ​ຕໍ່​​ບັນ​ດາ​ສິ່ງ​ທ້​າ​ທາຍ​ທີ່​ພວມ​ວາງ​ອອກ, ໂດຍ​ສະ​ເພາະ​ແມ່ນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ​ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ໄພພິ​ບັດ​ທຳ​ມະ​ຊາດ, ​​ການກໍ່​ການ​ຮ້າຍ.

      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢຸງ ພ້ອມ​ກັບ​ບັນ​ດາ​ການ​ນຳ​ອາ​ຊຽນ ​ໄດ​້ລົງ​ນາມ​ໃນ​ຖ​ະ​ແຫຼງ​ການ​ວິ​ໄສ​ທັດ​ອາ​ຊຽນ 2025. ນີ້​ແມ່ນ​ເອ​ກະ​ສານ​ຕົ້ນຕໍ, ເປັນ​ພື້ນ​ຖານ ແລະ ຂອບເຂດໃຫ້​ແກ່ການ​ຮ່ວມ​ສຳ​ພັນອາຊຽນ ໃນໄລຍະ 10 ປີ​ຈະ​ມາ​ເຖິງ. ກຳ​ນົດ​ທິດ​ທົ່ວ​ໄປ​ຂອງວິ​ໄສ​ທັດ ແມ່ນ​ປັບ​ປຸງ ແລະ ຍົກ​​ລະ​ດັບ​ການ​​ຮ່ວມ​ສຳ​ພັນ​ອາ​ຊຽນ ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງ, ກວ້າງ​ຂວາງກວ່າ​ໃນ 3 ເສົ້າ​ຄ້ຳ ການ​ເມືອງ - ​ຄວາ​ມໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ - ສັງ​ຄົມ. ອາ​ຊຽນ ຈ​ະ​ສືບ​ຕໍ່​ເປີດ​ກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ໂ​ດຍ​ສະ​ເພ​າະ​ແມ່​ນ​ບັນ​ດາ​ຄູ່​ເຈ​ລະ​ຈາ; ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ເວ​ທີ​ປາ​ໄສ​ພາ​ກ​ພື້ນ​ທີ່​ມີ​ຢູ່​ແລ້ວ; ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ໃນ​ການ​ກຳ​ນົດ​ໂຄງ​​ປະ​ກອບ​ພາກ​ພື້ນ​, ພ້ອມ​ທັງ​ເພີ່ມ​ທ​ະ​ວີ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ໃຫ້​ທົ່ວ​ໂລກ.

      ແລະ​ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ການ​ນຳ​ອາ​ຊຽນ ​ໄດ້ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຄື: ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງ​ການ​ພົວ​ພັນ​ອາ​ຊຽນ - ນິວ​ຊີ​ແລນ ແລະ ກອງ​ປ​ະ​ຊຸມ​ຂັ້ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ ຄັ້ງ​ທີ 10.

ຂ່າວ/ບົດ​ອື່ນ