ຖະແຫລງການຮ່ວມຫວຽດນາມ-ສະໂລວາເກຍ

ຖະແຫລງການຮ່ວມຫວຽດນາມ-ສະໂລວາເກຍ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ
ສະ​ໂລ​ວາ​ເກຍ ເປັນ​ສັກ​ຂ​ິ​ພິ​ຍານ​ພິ​ທີ​ລົງ​ນາມ
ພາບ:TTXVN

(vovworld)-  ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາເກຍ Robert Fico ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ ​ທີ 16-19/7. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາເກຍ ໄດ້​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ, ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ - ສະ​ໂລ​ວາເກຍ ແລະ ໄປ​ຢ້ຽມ​ຢາມ​ນະ​ຄອນ​ດາ​ຫນັງ. ທີ່​ການ​ພົບ​ປະ​ສອງ​ຝ່າຍ, ສອງ​ຝ່າຍ​ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ. ສອງ​ຝ່າຍ​ຢືນ​ຢັນ ຕັດ​ສິນ​ໃຈ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ ແລະ​ດຸ່ນ​ດ່ຽງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ເທື່ອ​ລະ​ກ້າວ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄ​ວາມ​ສົນ​ໃຈ. ສອງ​ຝ​່າຍ​ເຫັນ​ດີ​ແກ້​ໄຂ​ການ​ຂັດ​ແຍ້ງ​ຜືນ​ແຜ່ນ​ດິນ ແລະ ເຂດ​ນ່ານ​ນ້ຳ​ດ້ວຍ​ສັນ​ຕິ​ວິ​ທີ. ສະ​ໂລ​ວາເກຍ ພ້ອມ​ແລ້ວ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ, ຊຸກ​ຍູ້​ການ​ພົວ​ພັນ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ.

ຕອບກັບ

ຂ່າວ/ບົດ​ອື່ນ