ທີ່ປຶກສາຄວາມໝັ້ນຄົງຂັ້ນສູງຂອງ ອີຣານ ເສຍຊີວິດຢູ່ ຊີຣີ, ອີຣານ ຖະແຫຼງຈະໂຕ້ຕອບ ອິດສະຣາແອນ

(VOVWORLD) - ຕາມແຈ້ງການໃນວັນດຽວກັນຂອງກອງທັບ ຊີຣີ, ອິດສະຣາແອນ ໄດ້ດຳເນີນການບຸກໂຈມຕີ ຢູ່ເຂດ ພູພຽງ Golan ຄວບຄຸມ ເພື່ອແນໃສ່ເຂດຊຸມຊົນຢູ່ Damascus ໃນເວລາ 10 ໂມງ 20 ນາທີວັນດຽວກັນ
ທີ່ປຶກສາຄວາມໝັ້ນຄົງຂັ້ນສູງຂອງ ອີຣານ ເສຍຊີວິດຢູ່ ຊີຣີ, ອີຣານ ຖະແຫຼງຈະໂຕ້ຕອບ ອິດສະຣາແອນ - ảnh 1ລະບົບປ້ອງກັນອາກາດຍິ່ງສະກັດກັ້ນຂອງ ອີຣານ
(ພາບ:AFP/TTXVN)

ວັນທີ 20 ມັງກອນ, ສື່ມວນຊົນ ອີຣານ ໄດ້ໃຫ້ຂ່າວວ່າ: ອິດສະຣາແອນ ໄດ້ປະຕິບັດການບຸກໂຈມຕີທາງອາກາດຢູ່ຖະໜົນແຫ່ງໜຶ່ງຢູ່ ນະຄອນຫຼວງ Damascus ຂອງ ຊີຣີ, ເຮັດໃຫ້ຜູ້ອຳນວຍການສືບລາຊະການລັບ ຂອງກຳລັງປ້ອງກັນການປະຕິວັດອິດສະລາມ ອີຣານ (IRGC) ຢູ່ ຊີຣີ ແລະ ຮອງຜູ້ອຳນວຍການ ພ້ອມກັບສະມາຊິກອີກ 2 ຄົນເສຍຊີວິດ.

          ຕາມແຈ້ງການໃນວັນດຽວກັນຂອງກອງທັບ ຊີຣີ, ອິດສະຣາແອນ ໄດ້ດຳເນີນການບຸກໂຈມຕີ ຢູ່ເຂດ ພູພຽງ Golan ຄວບຄຸມ ເພື່ອແນໃສ່ເຂດຊຸມຊົນຢູ່ Damascus ໃນເວລາ 10 ໂມງ 20 ນາທີວັນດຽວກັນ (ຕາມເວລາທ້ອງຖິ່ນ), ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກບາດເຈັບ, ເຮັດໃຫ້ເຮືອນແຫ່ງໜຶ່ງຖືກພັງທະລາຍ ແລະ ກໍ່ຄວາມເສຍຫາຍໃຫ້ແກ່ເຮືອນໃຫ້ຄຽງ.

          ໃນບົດຄຳເຫັນທາງໂທລະພາບແຫ່ງລັດ ອີຣານ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ຢັ້ງຢືນຈະໂຕ້ຕອບການບຸກໂຈມຕີຄັ້ງນີ້.

          ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ອີຣານ ໄດ້ອອກຖະແຫຼງໂດຍເນັ້ນໜັກວ່າ ອີຣານ ຮັກສາສິດໂຕ້ຕອບເຫດບຸກໂຈມຕີຫຼ້າສຸດຢູ່ນະຄອນຫຼວງ Damascus ຂອງ ຊີຣີ ໃນເວລາ ແລະ ສະຖານທີ່ເໝາະສົມ. ຖະແຫຼງການກໍ່ຢັ້ງຢືນວ່າ ການກະທຳຂອງອິດສະຣາແອນ ແມ່ນເພື່ອແນໃສ່ແຜ່ຂະຫຍາຍໃນວົງກ້ວາງຄວາມຂາດສະຖຽນລະພາບ ແລະ ຂາດຄວາມໝັ້ນຄົງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ