ທິມຊ່ວງເຮືອໃບ Clipper Race ອອກຈາກຫວຽດນາມ

ທິມຊ່ວງເຮືອໃບ Clipper Race ອອກຈາກຫວຽດນາມ - ảnh 1
ເຮືອ​ດາ​ນັ້ງ-ຫວຽດ​ນາມ​


(vovworld)-      ພາຍຫຼັງ​ເຄຶ່ອນ​ໄຫວ​ຢູ່​ດານັ້ງ​ເປັນ​ເວ​ລາ 10 ວັນ, ວັນ​ທີ 27/2, ການຊ່ວງເຮືອໃບອ້ອມ​ໂລກ ໄດ້​ເລີ່ມ​ເດີນ​ເຮືອ​ແຂ່ງ​ຂັນ​ໃນ​ໄລ​ຍະ​ທາງ​ທີ 8 ຈາກ​ດານັ້ງ​ຂອງ​ຫວຽດ​ນາມ​ໄປ​ຈິງ​ຕ່າວ​ຂອງ​ຈີນ. ໃນ​ເວ​ລາ​ເຄຶ່ອນ​ໄຫວຢ​ູ່​ດານັ້ງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະຫຼາຍ​ຢ່າງ​ເພື່ອ​ແລກ​ປ່ຽນ​ກັບ​ບັນ​ດາ​ລູກ​ເຮືອ. ທ່ານ​ນາງ  ແວນ​ດີຕຸກ ສະ​ມາ​ຊິກ​ໃນ​ຄະ​ນະ​ນັກ​ກິ​ລາ​ຊ່ວງ​ເຮືອ​ໃຫ້​ຮູ້​ວ່າ :

     “ ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ສຳ​ລັບ​ບັນ​ທິມ​ກິ​ລາ​ຊ່ວງ​ເຮືອ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເພື່ອ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ແລະ ໄດ້​ຂັບ​ເຮືອ​ທີ່​ມີ​ຮູບ​ພາບ​ດາ​ນັ້ງ-ຫວຽດ​ນາມ​ອອກ​ສູ່​ໂລກ ແລະ ແນະ​ນ​ຳ​ກ່ຽວ​ກັບ​ຮູບ​ພາບ​ນະ​ຄອນ​ດານັ້ງ​ກັບ​ເພື່ອນ​ມິດ​ສາ​ກົນ ”
ຂ່າວ/ບົດ​ອື່ນ