ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 70 ລ້ານຄົນ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ລວມ 70,67 ລ້ານຄົນ, ພາຍຫຼັງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ 657.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ທັນວາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ລວມ 70,67 ລ້ານຄົນ, ພາຍຫຼັງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ 657.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໃນນັ້ນ, ມີຜູ້ເສຍຊີວິດກວ່າ 1,58 ລ້ານຄົນ.

ມາຮອດປະຈຸບັນ, ອາເມລິກາ ມີຜູ້ຕິດເຊື້ອໂລກລະບາດໂຄວິດ - 19 ແມ່ນ 16,02 ລ້ານຄົນ ແລະ ມີຜູ້ເສຍຊີວິດ 299.592 ຄົນ.

ຢູ່ເອີລົບ, ສະພາບໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ ເມື່ອຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ທະວີບນີ້ສືບຕໍ່ເພີ່ມຂຶ້ນສູງ, ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດແມ່ນເກືອບ 21 ລ້ານຄົນ.

ຢູ່ອາຊີ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 17 ລ້ານຄົນ ແລະ ມີຜູ້ເສຍຊີວິດ 292.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ