ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອໂຄວິດ - 19 ກວ່າ 73 ລ້ານ​ຄົນ

(VOVWORLD) - ໄລ່ຮອດເວລາ 1 ໂມງຂອງວັນທີ 15 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 73 ລ້ານຄົນ.
ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອໂຄວິດ - 19 ກວ່າ 73 ລ້ານ​ຄົນ - ảnh 1ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 73 ລ້ານຄົນ (ພາບ: AP)

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 73 ລ້ານຄົນ. ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກແມ່ນ 1.627.262 ຄົນ. ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 16.934.217 ຄົນ ແລະ ຜູ້ເສຍຊີວິດກວ່າ 308.007 ຄົນ.

        ຢູ່ເອີຣົບ, ລັດຖະບານ ອັງກິດ ໄດ້ປະກາດວ່າ ນັບແຕ່ວັນທີ 16 ທັນວາ ເປັນຕົ້ນໄປ, 60% ພົນລະເມືອງຢູ່ເຂດ England, ລວມທັງ ນະຄອນຫຼວງ ລອນດອນ ຈະຕ້ອງຍົກລະດັບການແຍກຫ່າງໃນສັງຄົມຂຶ້ນລະດັບ 3, ເຊິ່ງເປັນລະດັງສູງສຸດ ຍ້ອນຈຳນວນຜູ້ຕິດເຊື້ອພວມເພີ່ມຂຶ້ນຢ່າງແຮງ.

        ຢູ່ ອາຊີ, ຕອນເຊົ້າວັນທີ 15 ທັນວາ, ອົງການຄວບຄຸມ ແລະ ປ້ອງກັນ - ສະກັດກັ້ນໂລກລະບາດ ສ.ເກົາຫຼີ ໄດ້ປະກາດວ່າ ປະເທດນີ້ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 880 ຄົນ, ຍົກຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ປະເທດນີ້ຂຶ້ນເປັນ 44.363 ຄົນ; ຈຳນວນຜູ້ເສຍຊີວິດແມ່ນ 600 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ