ທ້ອງຖິ່ນຕ່າງໆຕັ້ງໜ້າເບິ່ງແຍງດູແລບຸນເຕັດໃຫ້ປະຊາຊົນ

(VOVWORLD) -ບັນດານັກອຸປະຖຳໄດ້ມອບຂອງຂວັນບຸນເຕັດ 1.000 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົ່ງ, ລວມມີເງິນສົດ, ເຂົ້າໜົມ, ນ້ຳປາ…
ທ້ອງຖິ່ນຕ່າງໆຕັ້ງໜ້າເບິ່ງແຍງດູແລບຸນເຕັດໃຫ້ປະຊາຊົນ - ảnh 1(ງານຕະຫຼາດກຳມະກອນ)

ວັນທີ 23 ມັງກອນ, ຢູ່ເຂດອຸດສາຫະກຳ ຮ່ວາແຄ໊ງ, ນະຄອນ ດ່ານັ້ງ, ສະຫະພັນແຮງງານນະຄອນ, ກຳມະບານເຂດອຸດສາຫະກຳເຕັກໂນໂລຊີສູງໄດ້ສົມທົບກັນຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ-ເຊື່ອມຕໍ່ຄວາມຮັກ ແລະ ງານຕະຫຼາດກຳມະກອນ - ຕະຫຼາດແຫ່ງສາຍຈິດມິດໃຈ”. ທີ່ລາຍການ,  ບັນດານັກອຸປະຖຳໄດ້ມອບຂອງຂວັນບຸນເຕັດ 1.000 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົ່ງ, ລວມມີເງິນສົດ, ເຂົ້າໜົມ, ນ້ຳປາ…; ມອບ 1.700 ປີ້ລົດ ໃຫ້ສະມາຊິກກຳມະບານ, ຜູ້ອອກແຮງມີຄວາມຕ້ອງການກັບບ້ານຕ້ອນຮັບບຸນເຕັດ.

   ຢູ່ຮ່າໂນ້ຍ, ສະພາກາແດງນະຄອນ ແລະ ເມືອງ ມີ້ດຶກ, ບັນດາວິສາຫະກິດ, ຫົວໜ່ວຍອຸປະຖຳສົນທົບກັນຈັດລາຍການ “ລະດູບານໃໝ່ແຫ່ງຄວາມຮັກ-ບຸນເຕັດແຫ່ງນ້ຳໃຈ”. ສະພາກາແດງພ້ອມກັບບັນດາຫົວໜ່ວຍໄດ້ມອບຂອງຂວັນບຸນເຕັດ 400 ພູດ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ.

ແລະກໍ່ໃນວັນທີ 23 ມັງກອນ, ຄະນະກຳມະການແນວໂຮມປະເທດຊາດແຂວງ ຫາຍເຢືອງ ໄດ້ສົມທົບກັນຈັດລາຍການ “ລະດູບານໃໝ່ແຫ່ງຄວາມອົບອຸ່ນ” ປີ 2021. ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບຈຳນວນເງິນ 39 ຕື້ດົ່ງຈາກບັນດາອົງການ, ຫົວໜ່ວຍ, ວິສາຫະກິດ, ຜູ້ໃຈບຸນມອບໃຫ້ຄອບຄົວທຸກຍາກເນື່ອງໃນໂອກາດບຸນເຕັດປີສະຫຼູ 2021.

ຢູ່ແຂວງ ກາວບັ່ງ, ວັນທີ 22 ມັງກອນ, ຄະນະພັກແຂວງໄດ້ຈັດພິທີທອບເຮືອນ 60 ຫຼັງໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ ຢູ່ເມືອງ ຮ່າກວາງ, ແກ້ໄຂບັນຫາເຮືອນຢູ່ໃຫ້ 60 ຄອບຄົວກ່ອນບຸນເຕັດປີສະຫຼູ 2021. ຈຳນວນເຮືອນດັ່ງກ່າວແມ່ນຂຶ້ນກັບໄລຍະທີ 1 ໃນໂຄງການກໍ່ສ້າງເຮືອນ 700 ຫຼັງມອບໃຫ້່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຮ່າກວາງ, ໂດຍກະຊວງຕຳຫຼວດ ແລະ ນະຄອນຮ່າໂນ້ຍ ອຸປະຖຳ, ດ້ວຍຈຳນວນເງິນຄາດວ່າແມ່ນ 35 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ