ທະລຸເສັ້ນທາງເຊື່ອມຕໍ່ຄູ່ດ່ານຊາຍແດນສາກົນ ຫວຽດນາມ - ກຳປູເຈຍ

(VOVWORLD) - ຕອນເຊົ້າວັນທີ 19 ກໍລະກົດ, ທີ່ດ່ານຊາຍແດນສາກົນ ເລະແທງ ແຂວງ ຢາລາຍ, ຫວຽດນາມ - Oyadav ແຂວງ Ratanakiri ແຫ່ງລາຊະອານາຈັກ ກຳປູເຈຍ, ໄດ້ດຳເນີນພິທີທະລຸເສັ້ນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ
ທະລຸເສັ້ນທາງເຊື່ອມຕໍ່ຄູ່ດ່ານຊາຍແດນສາກົນ ຫວຽດນາມ - ກຳປູເຈຍ - ảnh 1 ທະລຸເສັ້ນທາງເຊື່ອມຕໍ່ຄູ່ດ່ານຊາຍແດນສາກົນ ຫວຽດນາມ - ກຳປູເຈຍ

ຕາມສັນຍາ ແລະ ອະນຸສັນຍາຂົນສົ່ງທາງບົກ 2 ຝ່າຍລົງນາມເມື່ອປີ 1998 ແລະ 2005. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິງດີງຢຸງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫລັງເສັ້ນທາງໄດ້ນຳເຂົ້າໃຊ້ການຢ່າງເປັນທາງການ, ບັນດາການເຄື່ອນໄຫວຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ກໍ່ຄືບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສິລະປະ, ກິລາ, ທ່ອງທ່ຽວລະຫວ່າງປະຊາຊົນ 2 ປະເທດ, ພິເສດແມ່ນແຂວງ ຢາລາຍ ແລະ ແຂວງ Ratanakiri, ລະຫວ່າງບັນດາແຂວງເຂດ ໄຕງວຽນ ຂອງ ຫວຽດນາມ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ ຈະນັບມື້ນັບຄຶກຄື້ນມ່ວນຊື່ນກ່ວາ. ນີ້ແມ່ນເງື່ອນໄຂ, ເປັນພື້ນຖານເພື່ອປະກອບສ່ວນຮັດແໜ້ນການພົວພັນລະຫວ່າງປະຊາຊົນ 2 ປະເທດຍິ່ງກ່ວາອີກ ແລະ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ 2 ປະເທດທີ່ພວມດຳລົງຊີວິດຢູ່ເຂດຊາຍແດນ ”.

ຕອບກັບ

ຂ່າວ/ບົດ​ອື່ນ