ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບປະທານຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 13 ມິຖຸນາ, ທີ່ການຕ້ອນຮັບທ່ານ Geetesh Sharma ປະທານຄະນະກຳມະການສາມັກຄີ ອິນເດຍ- ຫວຽດນາມ, ລັດ Belgan ຕາເວັນຕົກ ພວມຢ້ຽມຢາມຫວຽດນາມ
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບປະທານຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບປະທານຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານປະທານຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ ພາຍຫລັງໄດ້ມີການແລກປ່ຽນຢ່າງເປີດອົກເປີດໃຈ, ສະຫນິດສະຫນົມ ຢູ່ ນີວເດລີ ເມື່ອເດືອນ ທັນວາປີ 2016, ອວຍພອນໃຫ້ທ່ານປະທານ ສຳເລັດປື້ມຂຽນກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ຕາມຄວາມມຸ້ງຫວັງຂອງຕົນ. ທ່ານນາງປະທານສະພາແຫ່ງຊາດ ສະແດງຄວາມຂອບອົກຂອບໃຈຕໍ່ບົດບາດເປັນຂົວຕໍ່ການພົວພັນແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດຂອງບັນດາສະມາຊິກໃນຄະນະກຳມະການ ເວົ້າລວມ ແລະ ທ່ານປະທານ Geetesh Sharma ເວົ້າສະເພາະກໍ່ຄືໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍ ນັບມື້ນັບມີບັນດາບາດກ້າວພັດທະນາຄືປະຈຸບັນ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບປະທານຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ