ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະຄະນະຜູ້ແທນແມ່ຫວຽດນາມວິລະຊົນແຂວງເບນແຈ

(VOVWORLD) -ຕອນບ່າຍວັນທີ 6 ມິຖຸນາ ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ໄດ້ພົບປະກັບຄະນະຜູ້ແທນແມ່ຫວຽດນາມ ວິລະຊົນ, ຜູ້ມີຄຸນງາມຄວາມດີແຂວງ ເບນແຈ ເນື່ອງໃນໂອກາດຄະນະມາຢ້ຽມຢາມ ຮ່າໂນ້ຍ. 
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະຄະນະຜູ້ແທນແມ່ຫວຽດນາມວິລະຊົນແຂວງເບນແຈ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະຄະນະຜູ້ແທນແມ່ຫວຽດນາມວິລະຊົນແຂວງເບນແຈ

ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ ໃນໄລຍະຜ່ານມາ, ແຂວງ  ເບນແຈ ໄດ້ ແລະ ພວມປະຕິບັດບັນດານະໂຍບາຍບຸລິ ມະສິດຜູ້ມີຄຸນງາມຄວາມດີເປັນຢ່າງດີ, ລະອຽດ ແຂວງເບນແຈ ໄດ້ກໍ່ສ້າງເຮືອນສາຍຈິດມິດໃຈກວ່າ 8500 ຫລັງສຳເລັດ. ທ່ານນາງປະທານສະພາແຫ່ງຊາດ ຊົມເຊີຍການນຳແຂວງ ເບນແຈ ໄດ້ປະຕິບັດວຽກງານຕອບບຸນແທນຄຸນແລະ ນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ ພ້ອມທັງປາດຖະຫນາຢາກແຂວງ ເບນແຈ ສືບຕໍ່ປະຕິບັດວຽກງານນີ້ໃຫ້ດີກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ