ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລ ໂຕນດຶກທັ໋ງ

(VOVWORLD) -ຕອນບ່າຍວັນທີ 05 ກັນຍາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ໂຕນດຶກທັ໋ງ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລ ໂຕນດຶກທັ໋ງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ຢ້ຽມຢາມແລະເຮັດວຽກຢູ່ມະຫາວິທະຍາໄລ ໂຕນດຶກທັ໋ງ

(ພາບ: TTXVN)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງບັນດາຜົນງານເຊິ່ງມະຫາວິທະຍາໄລ ໂຕນດຶກທັ໋ງ ບັນລຸໄດ້ໃນໄລຍະເວລາເກືອບ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ, ໂຮງຮຽນຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ເປັນຢ່າງດີ ເພື່ອສືບຕໍ່ບັນລຸບັນດາຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າໃນການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ, ສືບຕໍ່ພັດທະນາຢ່າງແຮງ ແລະ ໝັ້ນຄົງ, ປະຕິບັດຄາດໝາຍສ້າງຮູບແບບມະຫາວິທະຍາໄລລະດັບສາກົນໃຫ້ສຳເລັດ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ; ປະກອບສ່ວນນຳການສຶກສາຂັ້ນມະຫາວິທະຍາໄລຂອງຫວຽດນາມ ໃຫ້ພັດທະນາເທົ່າທຽມກັບບັນດາພື້ນຖານສຶກສາມະຫາວິທະຍາໄລທີ່ກ້າວໜ້າໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ