ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41

(VOVWORLD) - ຕອນເຊົ້າວັນທີ 29 ສິງຫາ, ຢູ່ ບາງກອກ, ປະເທດ ໄທ, ກອງປະຊຸມລັດຖະສະພາ AIPA 40 ໄດ້ສິ້ນສຸດລົງພາຍໃຕ້ການເປັນປະທານຂອງທ່ານ ຊວນຫລີກໄພ ປະທານສະພາຜູ້ແທນລາສະດອນແຫ່ງລາຊະອານາຈັກ ໄທ, ປະທານ AIPA 40. 

ທີ່ວາລະປິດ AIPA 40 ທ່ານ ຊວນຫລີກໄພ ໄດ້ດຳເນີນພິທີມອບຕຳແໜ່ງປະທານ AIPA 41 ໃຫ້ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ. ສະແດງຄວາມເປັນກຽດເມື່ອໄດ້ຮັບຕຳແໜ່ງປະທານ AIPA 41.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41 - ảnh 1 ພິທີມອບຕຳແໜ່ງປະທານ AIPA 41

ທ່ານນາງ ຫງວຽນທິກິມເງິນ ຊີ້ແຈ້ງວ່າ: ປີ 2020 ແມ່ນປີທີ່ພິເສດທີ່ສຸດສຳລັບ ຫວຽດນາມ ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເປັນປະທານ ອາຊຽນ ແລະ ກໍ່ເປັນປີທີ່ເປັນປະທານຂອງ AIPA 41. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:

        “ດ້ວຍເນື້ອໃນຈິດໃຈດັ່ງກ່າວນັ້ນ, ສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອດຳລົງຕຳແໜ່ງປະທານ AIPA ໃຫ້ປະສົບຜົນສຳເລັດ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບການສະໜັບສະໜູນ, ການຮ່ວມມືຢ່າງແໜ້ນແຟ້ນຂອງລັດຖະສະພາ ໄທ, ແລະ ບັນດາລັດຖະສະພາສະມາຊິກ AIPA, ຄະນະເລຂາ AIPA, ຄະນະເລຂາ ອາຊຽນ ເພື່ອຄວາມສຳເລັດຂອງ AIPA ແລະ ເພື່ອອະນາຄົດອັນຮຸ່ງເຮືອງສີວິໄວ, ວັດທະນາຖາວອນຂອງປະຊາຄົມ ອາຊຽນ”.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41 - ảnh 2

        ພາຍຫລັງວາລະປິດ AIPA 40 ແລະ ຮັບຕຳແໜ່ງປະທານ AIPA 41, ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານ ຊວນຫລີກໄພ ໄດ້ເຂົ້າຮ່ວມການຖະແຫຼງຂ່າວ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ,  ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ: ໄທ ໄດ້ຈັດຕັ້ງກອງປະຊຸມ AIPA 40 ສຳເລັດ, ນັບແຕ່ຮູບການຕະຫລອດຮອດເນື້ອໃນ; ແລະ ໝາກຜົນນີ້ ຫວຽດນາມ ຈະຖືເປັນບົດຮຽນໃນການຈັດຕັ້ງ AIPA 41 ໃນປີ 2020 ຢູ່ນະຄອນ ຮ້າລອງ ແຂວງ ກ໋ວາງນິງ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41 - ảnh 3 ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານ ຊວນຫລີກໄພ ໄດ້ຮ່ວມກັນອອກຖະແຫຼງຂ່າວ

        ສ່ວນທ່ານ ຊວນຫລີກໄພ ກໍ່ໄດ້ແບ່ງປັນກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມ AIPA 40; ພ້ອມທັງແຈ້ງໃຫ້ຊາບວ່າ ກອງປະຊຸມ AIPA 40 ໄດ້ສິ້ນສຸດລົງຢ່າງຈົບງາມ.

        ນີ້ແມ່ນບັນດາການເຄື່ອນໄຫວສຸດທ້າຍໃນການເຂົ້າຮ່ວມກອງປະຊຸມ AIPA 40 ແລະ ຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຢູ່ລາຊະອານາຈັກ ໄທ.

        ຕອນຄ່ຳວັນທີ 29 ສິງຫາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາຮອດສະໜາມບິນ ໂນຍບ່າຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມ AIPA 40 ແລະ ຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ