ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງຢ້ຽມຢາມແລະເຮັດວຽກຢູ່ສະວິດ

ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງຢ້ຽມຢາມແລະເຮັດວຽກຢູ່ສະວິດ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດດັ້ງ​ທິ​ຫງອກ​ທິ້ງ​
​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ວິດ Johann Schneider Ammann
(ພາບ: TTXVN)


(vovworld) - ​ ​ວັນ​ທີ 14/06, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດດັ້ງ​ທິ​ຫງອກ​ທິ້ງ​ ໄ​ດ້​ໄປ​ເຖິງ Bern, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ສະ​ວິດ ແລະ ​ໄດ້ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ວິດ Johann Schneider Ammann. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Johann Schneider Ammann ຢືນຢ​ັນ​ວ່າ, ລັດ​ຖະ​ບານ​ສະ​ວິດ ຖືເປັນ​ສຳ​ຄັນການ​ຊຸກຍ​ູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ, ເປັນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ຂອງ​ສະ​ວິດ ຢູ່​ພາກ​ພື້​ນ​ອາ​ຊ​ີ - ປາ​ຊີ​ຟິກ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ຢືນ​ຢັນ​ວ່າ, ຍາມ​ໃດຫວຽດ​ນາມ ​ກໍ​ຖື​ເປັນ​ສຳ​ຄັນ​ກ​ານ​ພົວ​ພັນ​ມິດ​ຕະ​ພາບ ແລະ ​ການຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ​ສະ​ວິດ; ປາດ​ຖະ​ໜາ​​ຢາກ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ວິດ ໄດ້​ເຫັນ​ດີ​​ເປັນ​ເອ​ກະ​ພາບນຳ​ກັນ ຕ້ອງ​ສືບ​ຕໍ່​ຮັກ​ສາ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ​່າຍ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ; ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ສະ​ວິດ ​ເຂົ້າ​ມາລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ໝັ້​ນ​ຄົງ ແລະ ຍາວ​ນານ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Johann Schneider Ammann ເນັ້ນ​ໜັກ​ວ່າ, ສະ​ວິດ ປາດ​ຖະ​ໜາ​ຢາກ​ປະ​ຕິ​ບັດ​ສຳ​​ເລັດ​ວິ​ວັດ​ການ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຸ່ມ​ການ​ຄ້າ​ເສ​ລີ (EFTA )ໂດຍ​ໄວ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ​ການ​ນຳ 2 ທ່ານ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະ​ການໂດຍ​ສັນ​ຕິ​ວິ​ທີ.

ຂ່າວ/ບົດ​ອື່ນ