ທ່ານນາງຮອງປະທານສະພາແຫ່ງຊາດຕອງທີຟອງລົງຢຽມຢາມແລະເຮັດວຽກຢູ່ແຂວງ ລ້າງເຊີນ

(VOVWORLD) -ວັນທີ 2 ມິຖຸນາ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ໂດຍທ່ານນາງ ຕອງທິຟອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ນັກຮຽນໂຮງຮຽນປະຖົມ ຕາແສງ ກວ໋ານລາກ ນະຄອນ ລ້າງເຊີນ ແລະ ບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກຢູ່ສູນອຸປະກະລະສັງຄົມ ແຂວງ ລ້າງເຊີນ.

ທ່ານນາງຮອງປະທານສະພາແຫ່ງຊາດຕອງທີຟອງລົງຢຽມຢາມແລະເຮັດວຽກຢູ່ແຂວງ ລ້າງເຊີນ - ảnh 1 ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕອງທິຟອງ ກ່າວຄຳເຫັນທີ່ການເຮັດວຽກ

ພາບ:vietnam+

ຢູ່ໂຮງຮຽນປະຖົມ ຕາແສງ ກວ໋ານລາກ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕອງທິຟອງ ໄດ້ມອບໃຫ້ໂຮງຮຽນຄອມພິວເຕີ 1 ຊຸດ ແລະ ມອບທຶນການສຶກສາ 46 ທຶນ, ແຕ່ລະທຶນລວມ 1 ລ້ານດົງ ໃຫ້ແກ່ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ກ່າວຄຳເຫັນທີ່ສູນອຸປະກະລະສັງຄົມແຂວງ ລ້າງເຊີນ, ທ່ານນາງ ຕອງທິຟອງ ປາດຖະຫນາຢາກບັນດາຂະແຫນງການກ່ຽວຂ້ອງ ແລະ ທ້ອງຖິ່ນ ຢູ່ແຂວງ ລ້າງເຊີນ ສືບຕໍ່ເອົາໃຈໃສ່ກວ່າອີກເຖິງວຽກງານອຸປະກະລະສັງຄົມ ແລະ ວຽກງານເບິ່ງແຍງເດັກນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ