ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກຢູ່ອຽນບ໋າຍ

ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກຢູ່ອຽນບ໋າຍ - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ
ຢ້ຽມຢາມຊາວບ້ານ ​ເຫງັ້ຍໂຫຼ້
(ພາບ: daibieunhandan.vn)


(vovworld) - ໃນຂອບເຂດການເຮັດວຽກຢູ່ແຂວງ ອຽນບ໋າຍ, ວັນທີ 22/02, ທີ່ເທດສະບານ ​ເຫງັ້ຍໂຫຼ້, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ມີການເຮັດວຽກກັບການນຳແຂວງອຽນບ໋າຍ, ການນຳເທດສະບານ ເຫັ້ງຍໂຫຼ້. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະ​ເໜີແຂວງ, ສືບ​ຕໍ່​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ທ່ານ​ກ່າວ​ວ່າ.

        “​ຂ້າພະ​ເຈົ້າ​ຊົມ​ເຊີຍ​ເລື່ອງ ແຂວງ​ອຽນ​ບ໋າ​ຍ ​ໄດ້ສຸມ​ສະຕິ​ຢ່າງ​ສູງ​ ເພື່ອປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ​ຂອງ​ພັກ​ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ວິວັດ​ການ​ທີ່​ພວກ​ເຮົາ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ນັ້ນ, ບັນດາ​ສະຫາຍຈະ​ສືບ​ຕໍ່​ຖອດ​ຖອນ​ບົດຮຽນ. ປະຈຸ​ບັນ, ພວກ​ເຮົາ​ພວມ​ກະກຽມ​ການ​ຜັນ​ຂະຫຍາຍ​ກອງ​ປະຊຸມ​ໃຫຍ່, ສູນ​ກາງພັກ​ໄດ້​ສ້າງ​ຕັ້ງ​ບັນດາ​ອະນຸກຳມະການ​, ​ທາງ​ແຂວງ​ຕ້ອງ​ສືບ​ຕໍ່​ກວດກາ​, ຕີ​ລາຄາ​ຄືນ​ບັນດາ​ເນ​ື້ອ​ໃນ​​ພວມ​ມີ​ຢູ່​ແລ້ວ, ບັນດາ​ເນື້ອ​ໃນ​ທີ່ອາດ​ສາມາດ​ປະຕິບັດ​​ໄດ້”.

ຂ່າວ/ບົດ​ອື່ນ