ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ Samsung ເອເລັກໂຕນິກ,ສ.ເກົາຫຼີ

(VOVWORLD) -ວັນທີ 06 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Shin Jong Kyun, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ Samsung ເອເລັກໂຕນິກ ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ Samsung ເອເລັກໂຕນິກ,ສ.ເກົາຫຼີ - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບ

ຜູ້ອຳນວຍການໃຫຍ່ Samsung ເອເລັກໂຕນິກ,ສ.ເກົາຫຼີ)

ລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ Samsung, ທຳມາຫາກິນດຳເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີວ່າ, ກຸ່ມບໍລິສັດສືບຕໍ່ໜູນຊ່ວຍຢ່າງແທດຈິງກ່ຽວກັບການບຳລຸງສ້າງ ແລະ ຖ່າຍຖອດເຕັກໂນໂລຊີ ເພື່ອສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກຳສຳຮອງຂອງຫວຽດນາມ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍມີກາລະໂອກາດຮ່ວມມືໃນການເຂົ້າຮ່ວມສະໜອງວັດຖຸອຸປະກອນ, ເຄື່ອງອາໄຫຼ່ໃຫ້ບັນດາໂຄງການຂອງ Samsung.

        ສ່ວນທ່ານ Shin Jong Kyun ໃຫ້ຮູ້ວ່າ, Samsung ເອົາໃຈໃສ່ເປັນພິເສດເຖິງການເປີດກວ້າງການລົງທຶນເຂົ້າຂົງເຂດໂທລະຄົມຢູ່ຫວຽດນາມ. Samsung ມີແຜນເພີ່ມຈຳນວນວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບຜະລິດຂອງກຸ່ມບໍລິສັດ ດ້ວຍ 29 ວິສາຫະກິດ ໃນທ້າຍປີ 2017 ນີ້. ພາຍຫຼັງໄລຍະ 3 ປີ, ຈຳນວນວິສາຫະກິດດັ່ງກ່າວຈະເພີ່ມຂຶ້ນເຖິງ 50 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ