ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ50ປີແຫ່ງວັນສ້າງຕັ້ງຄະນະພັກເຂດພິເສດກວ໋າງດາ

(VOVWORLD) -ຕອນເຊົ້າວັນທີ 21 ຕຸລາ, ຢູ່ ໂຮງລະຄອນ ຈືງເວືອງ, ນະຄອນ ດາຫນັງ, ແຂວງ ກວ໋າງນາມ ແລະ ຄະນະພັກນະຄອນ ດາຫນັງ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງຄະນະພັກເຂດພິເສດ ກວ໋າງດາ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ50ປີແຫ່ງວັນສ້າງຕັ້ງຄະນະພັກເຂດພິເສດກວ໋າງດາ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນນະພິທີສະເຫລີມສະຫລອງ

ພາບ:Vietnam+

ກ່າວຄຳເຫັນນະພິທີ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຍ້ອງຍໍຊົມເຊີຍ ການນຳແຂວງ ກວ໋າງນາມ ແລະ ນະຄອນ ດາຫນັງ ທີ່ມີຂໍ້ລິເລີ່ມຈັດຕັ້ງພິທີສະເຫລີມສະຫລອງ ເພື່ອທົບທວນຄືນມູນເຊື້ອອັນສະຫງ່າລາສີຂອງການປະຕິວັດ, ສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ລຸ້ນພໍ່ລຸ້ນອ້າຍ. ຜ່ານນັ້ນ ສຶກສາໃຫ້ລຸ້ນຫນຸ່ມປະຕິບັດຫນ້າທີ່ປະຕິວັດໃນໄລຍະໃຫມ່ໃຫ້ດີກວ່າ. ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ ການນຳ ແຂວງ ກວ໋າງນາມ ແລະ ດາຫນັງ ເສີມຂະຫຍາຍຄວາມສາມັກຄີ, ການຮ່ວມມື ພ້ອມກັນພັດທະນາ, ພິເສດໃນບັນດາຂົງເຂດ ອຸດສາຫະກຳ, ການທ່ອງທ່ຽວ, ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ