ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບປະທານສະພາແຫ່ງຊາດຊູແອັດແລະເອກອັກຄະລັດຖະທູດລັດເຊຍ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບປະທານສະພາແຫ່ງຊາດຊູແອັດແລະເອກອັກຄະລັດຖະທູດລັດເຊຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງພົບ​ປະ​ກັບ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຊູ​ແອັດ Urban Ahlin
ພາບ:chinhphu.vn

(vovworld)- ​​ຕອນ​ບ່າຍ​ວັນ​ທີ 1/4 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຊູ​ແອັດ Urban Ahlin  ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ພາຍ​ຫລັງ ເຂົ້າ​ຮ່ວມ IPU 132. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ: ຫວຽດ​ນາມ ຢາກ​ພ້ອມ​ກັບ​ ​ຊູ​ແອັດ ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ໄປ​ສູ່​ໄລ​ຍະ​ຮ່ວມ​ມື​ໃຫມ່​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ, ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ.  ນອກ​ຈາກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ໃຫ້ ​ຊູ​ແອັດ ຊຸກ​ຍູ້​ເພືື່ອ​ໃຫ້​ຫວຽດ​ນາມ ແລະ ອີ​ຢູ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ສອງ​ຝ່າຍ​ໂດຍ​ໄວ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຊູ​ແອັດ Urban Ahlin  ໃຫ້​ຮູ້​ວ່າ: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ແມ່ນ​ຂົງ​ເຂດ ຊື່ງ​​ຊູ​ແອັດ ​ ປາດ​ຖະ​ຫນາ​ຢາກ​ຮ່ວມ​ມື​ກັບ​ຫວຽດ​ນາມ. ​ຊູ​ແອັດ ສະ​ຫນັບ​ສະ​ຫນູນ ເລື່ອງ​ຫວຽດ​ນາມ ແລະ ອີ​ຢູ ລົງ​ນາ​ມ​ໃນ​ສັນ​ຍາ FTA ສອງ​ຝ່າຍ​ໂດຍ​ໄວ ແລະ ສະ​ເຫນີ ສອງ​ປະ​ເທດ ສົມ​ທົບ​ກັນ, ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ແ​ລະ ສະ​ໝັກ​ເລືອກ​ຕັ້ງ​ເຂົ້າ​ບັນ​ດາ​ອົງ​ການ​ຈັ​ດ​ຕັ້ງ​ສຳ​ຄັນ​ຂອງ ສ​ປຊ.

ໃນ​ວັນ​ດ​ຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ​ຫວຽດ​ນາມ, Vnukov Konstantin Vasilievich. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຫວຽດ​ນາມ ປາດ​ຖະ​ຫ​ນາ​ຢາກ ສຳ​ເລັດ​ສັນ​ຍາການ​ຄ້າ​ເສ​ລີ FTA ລ​ະ​ຫວ່າງ​ຫວຽດ​ນາມ​ກັບພັນ​ທະ​ພາບ​ພາ​ສີ ລັດ​ເຊຍ - ເບ​ລາ​ຣຸດ -ກາ​ຢັກ​ສະ​ຖານ ໂດຍ​ໄວ.

 

 

 

ຂ່າວ/ບົດ​ອື່ນ