ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີກະຊວງການຄ້າຊູແອັດ

ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີກະຊວງການຄ້າຊູແອັດ - ảnh 1
ທ່ານ​ນາຍົກລັດຖະມົນຕີ  ຫງວຽນ​ຊວນ​ຟຸກ ​
​ຕ້ອນຮັບ​ທ່ານ​ນາງ Ann Linde ລັດຖະມົນຕີ​ກະຊວງ​ການ​ຄ້າ ຊູ​ແອັດ

(vovworld) - ຕອນ​ບ່າຍ​ວັນ​ທີ 06/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Ann Linde ລັດຖະມົນຕີ​ກະຊວງ​ການ​ຄ້າ ຊູ​ແອັດ ພ້ອມ​ກັບ​ຄະນະ​ວິສາ​ຫະກິດ ຊູ​ແອັດ ທີ່​ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ຊອກ​ຮູ້​ກາລະ​ໂອກາດ​ການ​ຮ່ວມ​ມື​ລົງທຶນ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ - ຊູ​ແອັດ ​ໄດ້​ຮັບ​ການພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຮອບດ້ານ​ກັບ ຊູ​ແອັດ ​ແລະ ຢືນຢັນວ່າ ລັດຖະບານ ຫວຽດນາມ ​ໄດ້ ​ແລະ ພວມ​ຍູ​້​ແຮງ​ການ​ປັບ​ປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ດຶງ​ດູດ​ບັນດາ​ນັກ​ລົງທຶນ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ຊູ​ແອັດ, ທ່ານ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ​ໃກ້​ຈະ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ ຈະ​ເປີດ​​ໃຫ້​ບັນດາ​ກາລະ​ໂອ​ກາດຮ່ວມ​ມື​ໃໝ່ຫລາຍ​ຢ່າງ​ໃຫ້ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ.

        ສວ່ນທ່ານ​ນາງ Ann Linde ​ປາດ​ຖະໜາ​ຢາກ ​ເປີດ​ໜ້າ​ປະຫວັດສາດໃໝ່​ໃນ​ການ​ພົວພັນ 2 ປະ​ເທດ, ບໍ່​ພຽງ​ແຕ່​ແມ່ນ​ການ​ພົວພັນ​ຮ່ວມ​ມື​ພັດທະນາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດທີ່​ມີ​ຄວາມສະ​ເໝີ​ພາບ​ລະຫວ່າງ 2 ປະ​ເທດອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ