ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ

(VOVWORLD) - ຕອນເຊົ້າວັນທີ 26 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກກັບວິທະຍາຄານປ້ອງກັນຊາດ ເພື່ອແລກປ່ຽນ, ມອບໝາຍໜ້າທີ່ໃຫ້ແກ່ພະນັກງານ, ຄູອາຈານຂອງວິທະຍາຄານ.
ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນຢູ່ວິທະຍາຄານ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ, ໃນໄລຍະຜ່ານມາ, ວິທະຍາຄານ ໄດ້ປະຕິບັດໜ້າທີ່ ເຊິ່ງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບໝາຍໃຫ້ເປັນຢ່າງດີທີ່ສຸດ ແລະ ມີການປັບປຸງ, ປ່ຽນແປງໃໝ່ວິທີການບຳລຸງສ້າງຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ວິທະຍາຄານຕ້ອງສືບຕໍ່ກຳແໜ້ນທາດແທ້ຂອງບັນດາບັນຫາທີ່ກ່ຽວຂ້ອງ, ສືບຕໍ່ມີວິທີການຕໍ່ສູ້ກັບບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ.

        ເນື່ອງໃນໂອກາດກະກຽມເຫດການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 76 ປີ ແລະ ວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 31 ປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄຳອວຍພອນມາຍັງພະນັກງານ, ຄູອາຈານ ວິທະຍາຄານ ແລະ ຢັ້ງຢືນວ່າ ພັກ, ລັດ ແລະ ກອງທັບ ຫວຽດນາມ ຈົ່ງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ ເພື່ອແນປຸກລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ ເພື່ອນຳປະເທດ ຫວຽດນາມ ພັດທະຍາຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ