ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ

(VOVWORLD) -ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ: ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. 

ກອງປະຊຸມດັ່ງກ່າວ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ - ການຄ້າ ອົດສະຕາລີ ແລະ ສະຫະພັນປ່ຽນແປງໃໝ່ປະດິດຄິດສ້າງພັດທະນາສາກົນ (IDIA) ຈັດຕັ້ງຂຶ້ນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ	 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: vnExpress)

        ກອງປະຊຸມ ໄດ້ເຮັດແຈ້ງບົດບາດຂອງວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ຄືເປັນເສົາຄໍ້າສໍາຄັນໃນການພັດທະນາເສດຖະກິດ, ສັງຄົມ, ພ້ອມທັງສະເໜີແນະບັນດາມາດຕະການ, ນະໂຍບາຍລະອຽດໃຫ້ແກ່ຫວຽດນາມ.

        ບົດລາຍງານຜົນການຄົ້ນຄວ້າກ່ຽວກັບອະນາຄົດເສດຖະກິດດີຈີຕອນ ຫວຽດນາມ ກໍໄດ້ນໍາມາສະເໜີທີ່ກອງປະຊຸມຄັ້ງນີ້. ນີ້ແມ່ນໝາກຜົນແຫ່ງການຮ່ວມມືລະຫວ່າງ ອົງການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຢີຂອງ ສະຫະພັນ ອົດສະຕາລີ (CSIRO) ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໃນ 18 ເດືອນຜ່ານມາ.

        ກອງປະຊຸມ ແມ່ນຈຸດພົ້ນເດັ່ນຂອງສັບປະດາ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດຂອງຫວຽດນາມ ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 13 - 17 ພຶດສະພາ, ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນຂອງວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ