ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ

(VOVWORLD) - ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຄວາມປອດໄພດ້ານຄົມມະນາຄົມແມ່ນເນື້ອໃນສຳຄັນໃນໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມປອດໄພໃນສັງຄົມ.
ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ)

ຕອນເຊົ້າວັນທີ 22 ກັນຍາ, ໃນລາຍການປະຕິບັດງານຢູ່ ບັກນິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ 1 ປີແຫ່ງການສ້າງ “ແຂວງມີຄວາມປອດໄພດ້ານຄົມມະນາຄົມ”.

    ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຄວາມປອດໄພດ້ານຄົມມະນາຄົມແມ່ນເນື້ອໃນສຳຄັນໃນໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມປອດໄພໃນສັງຄົມ. ເລື່ອງຍູ້ແຮງການນຳໃຊ້ເຕັກໂນໂລຊີໃໝ່ເພື່ອຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພດ້ານຄົມມະນາຄົມ, ໄດ້ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນທ່າອ່ຽງລວມກ່ຽວກັບວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ປັນຍາປະດິດໃນການເຄື່ອນໄຫວເສດຖະກິດ - ສັງຄົມເວົ້າລວມ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ເພີ່ມທະວີການຊີ້ນຳ, ກວດກາ, ກະຕຸກຊຸກຍູ້ການປະຕິບັດ ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງເຂັ້ມງວດກ່ຽວກັບການຮັບປະກັນຄວາມເປັນລະບຽບຮຽບຮ້ອຍດ້ານຄົມມະນາຄົມ, ຊຸມແຫຼ່ງກຳລັງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຮັບປະກັນການຄົບຊຸດ ມຸ່ງໄປເຖິງເປົ້າໝາຍ ທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງມີຄວາມປອດໄພດ້ານຄົມມະນາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ